ມອບໄມ້ຄ້ຳຂີ້ແຮ້ ໃຫ້ຜູ້ທີ່ຄວາມຫຍຸ້ງຍາກດ້ານການເຄື່ອນໄຫວ 6 ຄົນ ຢູ່ ເມືອງຈອມເພັດ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ. ຈຸດປະສົງຂອງໂຄງການເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນະພາບຊິວີດຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ CBM Global Disability Inclusion (CBM Global).

9/5/20231 min read

ເພື່ອເປັນການສະໜັບສະໜູນ ແລະ ສົ່ງເສີມພັດທະນາດ້ານໜ້າທີ່ການ ໃຫ້ກຸ່ມເປົ້າໝາຍຜູ້ທີ່ມີຄວາມເປັນພິການໄດ້ເຂົ້າເຖິງສະຖານທີ່ຕ່າງໆພາຍໃນບ້ານ ແລະ ດຳລົງຊີວິດປະຈຳວັນໃນເຮືອນໄດ້ຢ່າງສະດວກສະບາຍຂື້ນກວ່າເກົ່າ, ໃນວັນທີ 17 ສິງຫາ 2023 ທີ່ຜ່ານມາ, ພວກເຮົາໄດ້ມອບອຸປະກອນເຄື່ອງຄໍ້າຊູ - ຊ່ວຍຊູ ໃຫ້ກັບເຂົາເຈົ້າ, ໂດຍໄດ້ມອບໄມ້ຄ້ຳຂີ້ແຮ້ 12 ອັນ ໃຫ້ກັບກຸ່ມເປົ້າໝາຍຜູ້ທີ່ມີຄວາມຫຍຸ້ງຍາກໃນການເຄື່ອນໄຫວ 6 ຄົນ (ຍິງ 3 ຄົນ) ຢູ່ 3 ບ້ານ ໃນເມືອງຈອມເພັດ ຄື: ບ້ານດອນໄຊ, ບ້ານນາຄຳ ແລະ ບ້ານຊຽງແມນ.