ການຍົກເອົາວຽກງານຄົນພິການ ເຂົ້າໃນແຜນພັດທະນາບ້ານ ຢູ່ 6 ບ້ານເປົ້າໝາຍ ເມືອງຈອມເພັດ
ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ. ຈຸດປະສົງຂອງໂຄງການເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນະພາບຊິວີດຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ CBM Global Disability Inclusion (CBM Global).
10/25/20231 min read
ໃນທ້າຍເດືອນກັນຍາ 2023, ພວກເຮົາໄດ້ຈັດຝຶກອົບຮົມການພັດທະນາແບບມີສ່ວນຮ່ວມຂອງຄົນພິການ ແລະ ຄອບຄົວຄົນພິການຢູ່ໃນບ້ານເປົ້າໝາຍ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂື້ນກ່ຽວກັບສິດທິ, ຄວາມສະເໝີພາບ, ການປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ສະຫວັດດີການສັງຄົມ ແລະ ການມີສ່ວນຮ່ວມຂອງຄົນພິການ. ເຊິ່ງມີຜູ້ເຂົ້າຮ່ວມ 51 ຄົນ (ຍິງ 19 ຄົນ), ໃນນີ້ມີຜູ້ພິການ 31 ຄົນ.
ຫຼັງຈາກນັ້ນ, ພວກເຮົາກໍ່ຍັງໄດ້ຮ່ວມກັບຄະນະບ້ານ ຢູ່ 6 ບ້ານເປົ້າໝາຍ ສ້າງແຜນພັດທະນາບ້ານ ໂດຍລວມເອົາວຽກງານການພັດທະນາແບບມີສ່ວນຮ່ວມຂອງຄົນພິການເຂົ້ານຳ ເພື່ອຮັບປະກັນການມີສ່ວນຮ່ວມໃນການພັດທະນາຢູ່ຂັ້ນບ້ານຢ່າງແທ້ຈິງ ແລະ ຮັບປະກັນຊີວິດການເປັນຢູ່ທີ່ດີຂື້ນຂອງຄົນພິການ. ໂດຍມີຜູ້ເຂົ້າຮ່ວມ 56 ທ່ານ (ຍິງ 8 ທ່ານ), ໃນນີ້ມີຜູ້ພິການ 3 ທ່ານ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la