ທວນຄືນແຜນກິດຈະກຳການສ້າງລາຍຮັບໃຫ້ກຸ່ມເປົ້າໝາຍ 61 ຄົນ ຢູ່ 5 ບ້ານ ທີ່ເມືອງໄຊພູທອງ
ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ເມືອງ ໄຊພູທອງ, ແຂວງ ສະຫວັນນະເຂດ ໂຄງການນີ້ໄດ້ຮັບທຶນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ (HI), ມີຄູ່ຮ່ວມງານຄື ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ARMI). ເພື່ອສົ່ງເສີມຄວາມເປັນອິດສະຫຼະ ແລະ ຄວາມສາມາດໃນການເຮັດວຽກຂອງຄົນພິການຜ່ານການເຂົ້າເຖິງການບໍລິການສຸຂະພາບ ແລະ ສັງຄົມຢ່າງເທົ່າທຽມກັນ.
8/28/20231 min read
ໃນເດືອນກໍລະກົດທີ່ຜ່ານມາ, ພວກເຮົາທີມງານໂຄງການ CBID-XPT ໄດ້ທວນຄືນແຜນການເຮັດທຸລະກິດໃນກິດຈະກຳສົ່ງເສີມການສ້າງລາຍຮັບໃຫ້ກັບກຸ່ມເປົ້າໝາຍ ໃນ 5 ບ້ານ ຢູ່ ເມືອງໄຊພູທອງ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 61 ຄົນ (ຍິງ 39 ຄົນ). ຈຸດປະສົງເພື່ອປະເມີນລະດັບຄວາມເຂົ້າໃຈກ່ຽວກັບແຜນຈັດຕັ້ງປະຕິບັດກິດຈະກຳໃນການລ້ຽງສັດ ແລະ ດ້ານການເງິນຂອງເຂົາເຈົ້າ, ທັງນີ້ກໍ່ເພື່ອຮ່ວມກັນວາງແຜນກິດຈະກຳສ້າງລາຍຮັບຂອງແຕ່ລະຄົນໃນຕໍ່ໜ້າອີກດ້ວຍ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la