ແນະນຳເຕັກນິກການລ້ຽງກົບ ແລະ ລ້ຽງປາ ໃຫ້ກຸ່ມເປົ້າໝາຍ 61 ຄອບຄົວ ຢູ່ເມືອງທ່າປາງທອງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
7/6/20231 min read
ໃນອາທິດທີ 4 ຂອງເດືອນມິຖຸນາ 2023 ທີ່ຜ່ານມາ, ພວກເຮົາ ຮ່ວມກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ໄດ້ຕິດຕາມ ແລະ ສະໜັບສະໜູນກຸ່ມເປົ້າໝາຍ 61 ຄອບຄົວ ຢູ່ 5 ບ້ານຄື: ບ້ານນາຈັນທາງ, ບ້ານຜືວຽງຄຳ, ບ້ານໂນນສີວິໄລ, ບ້ານນາພະນຽດ ແລະ ບ້ານແກ້ງສັງກູ. ເຊິ່ງໄດ້ເເນະນຳເຕັກການລ້ຽງກົບ ແລະ ການລ້ຽງປາອ່າງຜ້າຢາງໃຫ້ເຂົາເຈົ້າ, ເພາະວ່າປາກົດເຫັນ 2 ຄອບຄົວ ມີກົບຕາຍທັງໝົດເກືອບ 200 ໂຕ. ດັ່ງນັ້ນ ທີມງານຈຶ່ງໄດ້ແນະນຳ ແລະ ເອົາໃຈໃສ່ຢ່າງໃກ້ຊິດ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la