ການຕິດຕາມກວດກາສະຖານທີ່ ແລະ ເຊັນບົດບັນທຶກສ້າງຫ້ອງນໍ້າໃຫ້ກຸ່ມເປົ້າໝາຍ 63 ຄອບຄົວ ຢູ່ ເມືອງຈອມເພັດ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ. ຈຸດປະສົງຂອງໂຄງການເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນະພາບຊິວີດຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ CBM Global Disability Inclusion (CBM Global).

8/24/20231 min read

ວັນທີ 15-21 ສິງຫາ 2023, ພວກເຮົາໄດ້ກວດກາສະຖານທີ່ຕົວຈິງຂອງກຸ່ມເປົ້າໝາຍ ເພື່ອເຮັດສັນຍາການສ້າງຫ້ອງນໍ້າ ຢູ່ 20 ບ້ານ, ເມືອງຈອມເພັດ, ແຂວງຫຼວງພະບາງ ຮ່ວມກັບຄູ່ຮ່ວມງານຈາກ ພະແນກແຮງງານສະຫວັດດີການ ແລະ ສັງຄົມ, ຫ້ອງການສາທາລະນະສຸກ ເມືອງຈອມເພັດ, ອົງການຈັດຕັ້ງບ້ານ, ຕາງໜ້າກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ ຄອບຄົວຜູ້ພິການ ແລະ ຄອບຄົວຜູ້ທຸກຍາກ ເຊິ່ງລວມຜູ້ເຂົ້າຮ່ວມຢ້ຽມຢາມ ແລະ ກວດກາສະຖານທີ່ທັງໝົດ 86 ຄົນ (ຍິງ 38 ຄົນ).

ຜ່ານການກວດກາສະຖານທີ່ຕົວຈິງຄັ້ງນີ້, ມີທັງໝົດ 63 ຄອບຄົວ ທີ່ຜ່ານຕາມເງື່ອນໄຂ ແລະ ມາດຕະຖານທີ່ໂຄງການໄດ້ກຳນົດໄວ້, ດັ່ງນັ້ນ ຈຶ່ງໄດ້ເຮັດບົດບັນທຶກການສ້າງຫ້ອງນໍ້າ ແລະ ທາງໂຄງການກໍ່ຈະໄດ້ໄປສະໜັບສະໜູນອຸປະກອນການສ້າງວິດຖ່າຍໃຫ້ເຂົາເຈົ້າໃນໄວໆນີ້.

ທ້າວສິງລາງ ໜຶ່ງໃນຄອບຄົວເປົ້າໝາຍທີ່ໄດ້ຮັບກິດຈະກຳການສ້າງວິດຖ່າຍ ເຊິ່ງລາວມີຄວາມພິການທາງດ້ານຮ່າງກາຍ ອາໄສຢູ່ ບ້ານຫ້ວຍທາກ, ໄດ້ເວົ້າກັບທີມງານວ່າ: “ໃນໄລຍະຜ່ານມາ ຂ້າພະເຈົ້າມີຄວາມຫຍຸ້ງຍາກຫຼາຍເພາະພິການຂາ ແລ້ວຕ້ອງໄດ້ໄປຖ່າຍຢູ່ປ່າ ໂດຍສະເພາະແມ່ນຍາມກາງຄືນ ແລະ ລະດູຝົນ. ຕອນນີ້ຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ໂຄງການຈະມາສ້າງຫ້ອງນໍ້າໃຫ້”.