ມອບແນວພັນພືດ ແລະ ສັດລ້ຽງ ເພື່ອສົ່ງເສີມການສ້າງລາຍຮັບໃຫ້ກັບກຸ່ມເປົ້າໝາຍ ລວມມູນຄ່າ 69 ລ້ານກວ່າກີບ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ. ຈຸດປະສົງຂອງໂຄງການເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນະພາບຊິວີດຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ CBM Global Disability Inclusion (CBM Global).

10/18/20231 min read

ຫຼັງຈາກທີ່ພວກເຮົາໄດ້ມອບອຸປະກອນສ້າງຄອກສັດໃຫ້ກັບກຸ່ມເປົ້າໝາຍ 129 ຄອບຄົວ ຢູ່ເມືອງຈອມເພັດ, ແຂວງຫຼວງພະບາງສຳເລັດແລ້ວ. ໃນອາທິດທີ 3 ເດືອນກັນຍາ 2023, ພວກເຮົາໄດ້ສືບຕໍ່ຕິດຕາມ ແລະ ກວດກາການສ້າງຄອກສັດຂອງກຸ່ມເປົ້າໝາຍ ຢູ່ 18 ບ້ານເປົ້າໝາຍ ເຊິ່ງປະກອບມີ: ຄອກໝູ 35 ຄອບຄົວ ແລະ ຄອກແບ້ 94 ຄອບຄົວ.

ການຕິດຕາມໃນຄັ້ງນີ້, ກໍ່ເພື່ອໃຫ້ແນ່ໃຈວ່າ ຄອກສັດ ຂອງແຕ່ລະຄອບຄົວແມ່ນຖືກຕ້ອງຕາມມາດຖານທີ່ໄດ້ກຳນົດໄວ້ໃຫ້, ຜົນຂອງການຕິດຕາມເຫັນວ່າ ທຸກຄອບຄົວສາມາດສ້າງຄອກສັດສໍາເລັດແລ້ວ, ແຕ່ສ້າງຖືກຕ້ອງຕາມມາດຖານ ມີປະມານ 70-80 %, ສ່ວນຄອບຄົວທີ່ຍັງບໍ່ທັນຖືກຕ້ອງຕາມມາດຖານ ແມ່ນໄດ້ແນະນໍາໃຫ້ສືບຕໍ່ປັບປຸງໃຫ້ສຳເລັດ ເພື່ອກຽມພ້ອມຮັບການສະໜອງສັດລ້ຽງໃນໄວໆນີ້.