ໃຫ້ຄວາມຮູ້ເພື່ອກຽມພ້ອມຮັບມືກັບໄພພິບັດ ໃຫ້ກຸ່ມເປົ້າໝາຍ ໃນ 8 ບ້ານ ຢູ່ເມືອງທ່າປາງທອງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
7/26/20231 min read
ໃນອາທິດທີ 2 ເດືອນກໍລະກົດ 2023, ທີມງານໂຄງການ ຮ່ວມກັບ ຄູ່ຮ່ວມງານພາກລັດທີ່ກ່ຽວຂ້ອງ ໄດ້ຈັດກິດຈະກຳ ທວນຄືນພາລະບົດບາດຂອງຄະນະກຳມະການ ແລະ ໃຫ້ຄວາມຮູ້ກຽມພ້ອມຮັບມືກັບໄພພິບັດ ຢູ່ບ້ານເປົ້າໝາຍຂອງໂຄງການ 8 ບ້ານ ທີ່ເມືອງທ່າປາງທອງ, ແຂວງສະຫວັນນະເຂດ.
ການທວນຄືນພາລະບົດບາດຂອງຄະນະກຳມະກຳໃນຄັ້ງນີ້ເຫັນວ່າ: ຄະນະກຳມະການໃນ 7 ບ້ານ ບໍ່ໄດ້ປະຕິບັດຕາມໜ້າທີ່ຂອງຕົນເອງ, ເຊິ່ງພົບບາງບັນຫາທີ່ເກີດຂື້ນຄື: ພົບພະຍາດສັດທີ່ເກີດຂື້ນກັບງົວ ແລະ ຄວາຍ, ມີພະຍາດໄຂ້ຍຸງລະບາດໃນຊ່ວງນີ້ ແລະ ຍັງພົບວ່າມີ ພະຍາດຖອກທ້ອງເກີດຂື້ນ ຢູ່ ບ້ານປະດ໋ອງ ແລະ ບ້ານລະວາງໃຫຍ່.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la