ແບ້ຂອງກຸ່ມເປົ້າໝາຍຢູ່ບ້ານດາກຢຣັງ ເມືອງດາກຈຶງ ເກີດໃໝ່ເພີ່ມອີກ 8 ໂຕ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

9/22/20231 min read

ໃນອາທິດທີ 2 ຂອງ ເດືອນກັນຍາ 2023, ພວກເຮົາໄດ້ຕິດຕາມການລ້ຽງສັດ ຂອງຄອບຄົວເປົ້າໝາຍຢູ່ ບ້ານດາກຢຣັງ, ເມືອງດາກຈຶງ, ແຂວງເຊກອງ. ເຊິ່ງເຫັນວ່າ ການລ້ຽງແບ້ຂອງ 15 ຄອບຄົວມີແບ້ເກີດໃໝ່ 8 ໂຕ ທີ່ແຂງແຮງດີ. ທີມງານໄດ້ໃຫ້ຄວາມຮູ້ເພີ່ມກ່ຽວກັບການລ້ຽງແບ້, ການນຳໃຊ້ຢາ, ສາທິດການສັກຢາຕົວຈິງໃຫ້ເຂົາເຈົ້າເບິ່ງ ແລະ ນຳໄປໃຊ້ໃນອະນາຄົດ.

ນອກຈາກນີ້, ກໍ່ໄດ້ຕິດຕາມການລ້ຽງປາຂອງ 1 ຄອບຄົວ ເຫັນວ່າ ປາໃຫຍ່ ແລະ ບໍ່ຕາຍ, ພ້ອມໄດ້ແນະນຳການປ່ອຍນ້ຳ ແລະ ເຮັດບົດບັນທຶກໃໝ່ອີກ 1 ຄອບຄົວ ສຳລັບຜູ້ທີ່ສົນໃຈຮ່ວມກິດຈະກຳລ້ຽງປາກັບໂຄງການ, ພ້ອມແນະນຳການຂຸດຂຸມ ເພື່ອລໍຖ້າການຮັບອຸປະກອນ ແລະ ແນວພັນ.