ສົ່ງເສີມການສ້າງລາຍຮັບໃຫ້ກຸ່ມເປົ້າໝາຍ ປູກຂ່າ 8,000 ເບ້ຍ ຢູ່ ບ້ານດາກຕະອອກນ້ອຍ

ແຜນງານສົ່ງເສີມການສ້າງຕັ້ງເຂດສະຫງວນ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ (NTFP) ຈັດຕັ້ງປະຕິບັດຢູ່ 5 ບ້ານໃນ ເມືອງດາກຈຶງ, ແຂວງເຊກອງ, ໄດ້ຮັບທຶນຈາກ ອົງການຟາສເຕັນແອັກຊັນ, ມີຄູ່ຮ່ວມງານຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ. ເພື່ອປັບປຸງສະພາບການດໍາລົງຊີວິດຂອງຊຸມຊົນໃນເຂດປົກປ້ອງທີ່ມີເປົ້າໝາຍເພື່ອການຄຸ້ມຄອງຊັບພະຍາກອນ ທໍາມະຊາດແບບມີສ່ວນຮ່ວມແບບຍືນຍົງ.

9/12/20231 min read

ເນື່ອງຈາກທີ່ຜ່ານມາ, ປະຊາຊົນທີ່ອາໄສຢູ່ເຂດຫ່າງໄກຕົວເມືອງ ແລະ ໃຊ້ຊີວິດຕິດພັນກັບທຳມະຊາດ ເຂົາເຈົ້າເຄີຍທຳມາຫາກິນຈາກທໍາມະຊາດ ແລະ ຊົມໃຊ້ເຄື່ອງປ່າຂອງດົງ, ມີຫຼາຍຄອບຄົວທີ່ເຮັດໄຮ່ ແລະ ເຮັດສວນແບບເລື່ອນລອຍ ໂດຍບໍ່ໄດ້ຄຳນຶງເຖິງຜົນເສຍຫາຍ ຫຼື ຜົນກະທົບທີ່ຈະເກີດຂື້ນຈາກໄພທຳມະຊາດ ເຊິ່ງມັນເຮັດໃຫ້ເຄື່ອງປ່າຂອງດົງຄ່ອຍໆຫຼຸດລົງ. ດັ່ງນັ້ນ, ພວກເຮົາຈຶ່ງສະໜັບສະໜູນ ແລະ ສົ່ງເສີມໃຫ້ກຸ່ມເປົ້າໝາຍ ໂດຍສະເພາະກໍ່ແມ່ນ 5 ບ້ານໃນ ເມືອງດາກຈຶງ ໄດ້ປະກອບສ່ວນໃນການປົກປັກຮັກສາ ແລະ ຄຸ້ມຄອງເຄື່ອງປ່າຂອງດົງໃຫ້ມີຄວາມຍືນຍົງ.

ໃນລະຫວ່າງວັນທີ 28-31 ສິງຫາ 2023, ພວກເຮົາໄດ້ຊຸກຍູ້ໃຫ້ກຸ່ມເປົ້າໝາຍ 15 ຄອບຄົວ ຢູ່ ບ້ານດາກຕະອອກນ້ອຍ ປູກຂ່າປ່າ ແລະ ຂ່າໂຄມ ທັງໝົດຈຳນວນ 8,000 ເບ້ຍ ເພື່ອສະໜັບສະໜູນໃຫ້ເຂົາເຈົ້າໄດ້ມີອາຊີບ, ສ້າງລາຍຮັບໃຫ້ກັບຄອບຄົວ ແລະ ຍັງເປັນການປະກອບສ່ວນໃນການຮັກສາເຄື່ອງປ່າຂອງດົງໃຫ້ຍືນຍົງອີກດ້ວຍ.