ປະຊາຊົນ 89 ຄົນ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ບ້ານອາປອກ ແລະ ບ້ານ ສາງພູ ເມືອງນອງ ແຂວງສະຫວັນນະເຂດ.
ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP). ຈຸດປະສົງເພື່ອ- ເພີ່ມທະວີການປົກຄຸມ ຂອງການສັກວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນຮອບປົກກະຕິ ໃນ 4 ແຂວງເປົ້າໝາຍຂອງ ສປປ ລາວ (ສະເພາະ ສະມາຄົມ ສພປ ແມ່ນຢູ່ແຂວງສະຫວັນນະເຂດ), ສະໜັບສະໜູນຊຸມຊົນ ໂດຍໃຊ້ວິທີການເຊື່ອມສານ ແລະ ແທດເໝາະກັບທ້ອງຖິ່ນໃນການສ້າງຄວາມເຂັ້ມແຂງທາງດ້ານການສື່ສານ, ລະບົບສາທາລະນະສຸກຢູ່ຂັ້ນທ້ອງຖິ່ນແລະ ເພີ່ມທະວີການເຂົ້າເຖິງວັກຊິນແບບເຄື່ອນທີ່.
9/25/20231 min read
ການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຍັງຖືວ່າແມ່ນມີຄວາມສຳຄັນ, ການຮັບຮູ້ ແລະ ເຂົ້າເຖິງ ຂອງປະຊາຊົນໃນເຂດຊົນນະບົດຍັງຈຳກັດ, ພວກເຮົາ ສະມາຄົມ ສປພ ຮ່ວມກັບ ທີມງານແພດເຄື່ອນທີ່ ໄດ້ໃຫ້ບໍລິການວັກຊີນປ້ອງກັນພະຍາດໂຄດວິດ-19 ແລະ ຮອບປົກກະຕິ ພ້ອມທັງໂຄສະນາກ່ຽວກັບຜົນດີຂອງຢາສັກຊີນ ພາຍໃຕ້ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ, ໂດຍຕັ້ງຈຸດບໍລິການຢູ່ທີບ້ານອາປອກ ແລະ ບ້ານ ສາງພູ ເຂດໂຮງໝໍນ້ອຍອາສິງ ຜູ້ມາຮັບວັກຊິນໃນຄັ້ງນີ້ ທັງໝົດ 89 ຄົນ (ຍິງ 56 ຄົນ) ປະກອບມີ: ຜູ້ທີມີເປັນພິການ, ຜູ້ມີພະຍາດປະຈຳໂຕ, ຮອບທົ່ວໄປ, ແມ່ຍິງຖືພາ ແລະ ຜູ້ສູງອາຍຸ.






ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la