ອາອ່ຽນ ອາຍຸ 98 ປີ ປະຊາຊົນ ບ້ານ ອາປອກ ເມືອງ ນອງ ແຂວງ ສະຫວັນນະເຂດ
ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP)
6/26/20231 min read
ການຂະຫຍາຍການສັກຢາປ້ອງກັນພະຍາດໂຄວິດແມ່ນສີ່ງຈຳເປັນສຳລັບປະຊາຊົນລາວ, ໂດຍສະເພາະຜູ້ທີ່ມີຄວາມເປັນພິການທັງເດັກນ້ອຍ ແລະ ຜູ້ໃຫຍ່ ທີ່ອາໃສຢູ່ໃນເຂດຊົນນະບົດ; ໂຄງການສະໜັບສະໜູນການເຂົ້້າເຖີງການວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ສປປ ລາວ ໄດ້ລົງຈັດຕັ້ງການສັກຢາປ້ອງກັນພະຍາດໂຄວິດ-19 ຢ່າງເປັນປົກກະຕິໃຫ້ແກ່ ກຸ່ມເປົ້າໝາຍຢູ່ເຂດທ້ອງຖິ່ນ ໃນ 4 ແຂວງຂອງລາວຄື; ແຂວງຄໍາມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ແຂວງສາລະວັນ.
ຊື່ ນ ອາອ່ຽນ ອາຍຸ 98 ປີ ປະຊາຊົນ ບ້ານ ອາປອກ ເມືອງ ນອງ ແຂວງ ສະຫວັນນະເຂດ ( ຜູ້ສູງອາຍຸ ) ທຳອິດລາວບອກວ່າຮູ້ສຶກຢ້ານມີຜົນກະທົບຕໍ່ສູຂະພາບຮ່າງກາຍຂອງຂອງລາວ ແຕ່ປະຈຸບັນແມ່ນທິມງານແພດເຄື່ອນທີໄດ້ລົງໃຫ້ຄວາມຮູ້ສຸຂະສຶກສາຢູ່ເຮືອນເຂົາຢາວັກຊິນແມ່ນເປັນຢາປ້ອງກັນພະຍາດໂຄວິດ-19, ແຕ່ປະຈຸບັນນີ້ລາວຕັດສິນໃຈສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ເຂັມທີ 1 ແລະ ຍັງຢາກສືບຕໍ່ສັກຢາເຂັມ 2,3 ໂດຍບໍ່ມີຄວາມຢ້ານກົວ ແລະ ມີຄວາມສະດວກໃນການສັກຢາວັກຊິນໃນແຕ່ລະເຂັມ ເພາະວ່າມີທີມແພດເຄື່ອນທີ່ ມາໃຫ້ບໍລິການສັກຢາວັກຊິນໃຫ້ເຖິງຄົວເຮືອນອີກດ້ວຍ
ນອກຈາກການຂະຫຍາຍການເຂົ້າເຖິງການສະໜັບສະໜູນວັກຊີນປ້ອງກັນພະຍາດໂຄວິດແລ້ວ, ໂຄງການຍັງໄດ້ເຊື່ອມໂຍງເຂົ້າກັບໂຄງການສັກຢາປ້ອງກັນພະຍາດຮອບປົກກະຕິໃຫ້ກັບ ແມ່ ແລະ ເດັກນ້ອຍຢູ່ເຂດຊົນນະບົດ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖິງການຮັກສາສຸຂະພາບຂັ້ນຕົ້ນທີ່ດີຂຶ້ນ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la