ກອງປະຊຸມ ແຜນງານຮ່ວມມື ທີມເອີຣົບ ກັບ ສປປ ລາວ ເພື່ອພັດທະນາການຄ້າ ແລະ ການລົງທຶນ ແລະ ການເຊື່ອມຈອດແບບຍືນຍົງ ແລະ ທົ່ວເຖິງຂອງຂະແໜງກະສິກຳ ແລະ ປ່າໄມ້
Lao CSO FLEGT
6/20/20231 min read
ໃນວັນທີ 2 ມິຖຸນາ 2023, TICAF Forest Value -Chains briefing ໄດ້ຈັດກອງປະຊຸມ ແຜນງານຮ່ວມມື ທີມເອີຣົບ ກັບ ສ ປປ ລາວ ເພື່ອພັດທະນາການຄ້າ ແລະ ການລົງທຶນ ແລະ ການເຊື່ອມຈອດແບບຍືນຍົງ ແລະ ທົ່ວເຖິງຂອງຂະແໜງກະສິກຳ ແລະ ປ່າໄມ້. ໂດຍມີຈຸດປະສົງ ເພື່ອມຸ່ງໄປເຖິງການປະກອບສ່ວນເຂົ້າໄປໃນຕ່ອງໂສ້ສີຂຽວ, ຄວາມຍືນຍົງ ແລະ ການຂະຫຍາຍຕົວໂດຍລວມ , ໂດຍຜ່ານການເພີ່ມການຜະລິດພາຍໃນປະເທດ, ການປຸງແຕ່ງ, ການສົ່ງອອກ, ລາຍຮັບແຫ່ງຊາດ, ແລະ ການສ້າງວຽກເຮັດງານທໍາທີ່ເຫມາະສົມໃນລະບົບຕ່ອງໂສ້ມູນຄ່າຂອງກາເຟ, ຊາ ແລະ ປ່າໄມ້, ພ້ອມດຽວກັນນັ້ນ ກໍໄດ້ສະໜັບສະໜູນ ສປປ ລາວ ໃຫ້ການສົ່ງຕໍ່ການປະກອບສ່ວນທີ່ກໍານົດແຫ່ງຊາດ. ເຊິ່ງມີຜູ້ເຂົ້າຮ່ວມຈາກຫລາຍພາກສ່ວນຄື: ໂດຍສະເພາະແມ່ນຄະນະ Lao CSO FLEGT ເພື່ອເປັນການຮຽນຮູ້ ແລະ ແລກປ່ຽນດ້ານຊັບພະຍາກອນປ່າໄມ້


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la