ສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ຄົນພິການ ແລະ ຄອບຄົວຄົນພິການຢູ່ໃນບ້ານເປົ້າໝາຍ ທີ່ແຂວງຫຼວງພະບາງ
ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ
7/13/20231 min read
ໃນວັນທີ 3-5 ກໍລະກົດ 2023, ພວກເຮົາໄດ້ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ຄົນພິການ ແລະ ຄອບຄົວຄົນພິການຢູ່ໃນບ້ານເປົ້າໝາຍ ເພື່ອຮັບປະກັນການມີສ່ວນຮ່ວມໃນການພັດທະນາຢູ່ຂັ້ນບ້ານ ແລະ ຮັບປະກັນຊີວິດການເປັນຢູ່ທີ່ດີຂື້ນຂອງຄົນພິການ ທີ່ເມືອງຈອມເພັດ, ແຂວງຫຼວງພະບາງ. ເຊິ່ງມີຄູຝຶກຈາກສູນບໍລິການຄົນພິການຈາກນະຄອນຫຼວງວຽງຈັນ, ມີຕາງໜ້າຈາກຄອບຄົວຜູ້ພິການ, ກຸ່ມຊ່ວຍເຫຼືອຕົນເອງ 7 ບ້ານ ແລະ ຜູ້ພິການ ເຂົ້າຮ່ວມທັງໝົດ 36 ຄົນ (ຍິງ 16 ຄົນ), ໃນນີ້ມີຜູ້ທີ່ມີຄວາມເປັນພິການ 19 ຄົນ (ຍິງ 6 ຄົນ).
ໃນຝຶກອົບຮົມນີ້, ຜູ້ເຂົ້າຮ່ວມໄດ້ຮັບຮູ້ກ່ຽວກັບຄວາມເປັນພິການ, ເປັນຕົ້ນແມ່ນ ປະເພດ, ສາເຫດ ແລະ ທັດສະນະຄະຕິຂອງຊຸມຊົນທີ່ມີຕໍ່ຄົນພິການ; ໄດ້ຮູ້ເຖິງສິດທິຂອງຄົນພິການ ແລະ ນິຕິກໍາທີ່ກ່ຽວຂ້ອງກັບການພັດທະນາຄົນພິການ. ພ້ອມກັນນີ້, ຍັງໄດ້ໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນ ໃນການວິເຄາະບັນຫາ, ວິທີແກ້ໄຂບັນຫາ ແລະ ການວາງແຜນ ເພື່ອພັດທະນາຊຸມຊົນແບບມີສ່ວນຮ່ວມອີກດ້ວຍ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la