ປະເມີນບ້ານແບບຢ່າງດ້ານໂພຊະນາການ ຢູ່ເມືອງທ່າປາງທອງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
8/8/20231 min read
ໃນລະຫວ່າງວັນທີ 25-27 ກໍລະກົດ 2023, ທີມງານໂຄງການ ຮ່ວມກັບ ຄະນະຊີ້ນໍາໂຄງການ ແລະ ວິຊາການຈາກຄູ່ຮ່ວມງານຂັ້ນເມືອງ ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ໄດ້ປະເມີນບ້ານແບບຢ່າງດ້ານໂພຊະນາການຢູ່ ບ້ານນາຖໍ້າໝູ. ພ້ອມກັນນີ້, ໄດ້ຕິດຕາມກິດຈະກຳວິດຖ່າຍ, ກິດຈະກຳການລ້ຽງກົບ ແລະ ການລ້ຽງປາ ໂດຍໄດ້ແນະນຳໃຫ້ກຸ່ມເປົ້າໝາຍປັບປຸງພື້ນທີ່ອ່າງລ້ຽງກົບ, ອ່າງລ້ຽງປາ ໃຫ້ສະອາດ ແລະ ມີພື້ນທີ່ປະສົມປະສານ ພ້ອມທັງແນະນໍາໃຫ້ຄະນະບ້ານສ້າງຂະບວນການອະນາໄມບ້ານອີກດ້ວຍ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la