ສຳເລັດຝຶກອົບຮົມເຕັກນິກການລ້ຽງປາ ແລະ ກົບ ໃຫ້ແກ່ກຸ່ມເປົ້າໝາຍຂອງໂຄງການ ທີ່ແຂວງຫຼວງພະບາງ
ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ
7/25/20231 min read
ເພື່ອເປັນການເສີມສ້າງຂີດຄວາມຮູ້ ແລະ ຄວາມອາດສາມາດກ່ຽວກັບກິດຈະກໍາການສ້າງລາຍຮັບໃຫ້ກັບກຸ່ມເປົ້າໝາຍ ຂອງໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ, ໃນວັນທີ 12-14 ກໍລະກົດ 2023, ພວກເຮົາໄດ້ສຳເລັດການຝຶກອົບຮົມກ່ຽວກັບເຕັກນິກການລ້ຽງປາ ແລະ ການລ້ຽງກົບ, ທີ່ເມືອງຈອມເພັດ ແຂວງຫຼວງພະບາງ. ໂດຍການເປັນປະທານຂອງທ່ານ ສົມສັກ ສີລິວົງ ຮອງເຈົ້າເມືອງ ເມືອງຈອມເພັດ, ມີຜູ້ເຂົ້າຮ່ວມຈາກຄູ່ຮ່ວມງານຫຼາຍພາກສ່ວນທີ່ກ່ຽວຂ້ອງ ແລະ ກຸ່ມເປົ້າໝາຍ ລວມທັງໝົດ 21 ທ່ານ (ຍິງ 4 ທ່ານ), ໃນນີ້ມີຜູ້ທີ່ມີຄວາມເປັນພິການ 3 ທ່ານ (ຍິງ 2 ທ່ານ). ຫຼັງຈາກສໍາເລັດການຝຶກອົບຮົມແລ້ວ ຜູ້ເຂົ້າຮ່ວມໄດ້ໄປທັດສະນະສຶກສາແລກປ່ຽນ ເບິ່ງການຜະລິດລູກປາ ແລະ ລູກກົບ ພ້ອມທັງຮຽນຮູ້ປະຕິບັດຕົວຈິງ ຢູ່ ຟາມຜະລິດລູກປານ້ອຍຂາຍ ທ້າວ ບຸນປັນ, ທີ່ ບ້ານພູໝອກ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la