ສຳເລັດພາລະກິດການສະໜັບສະໜູນ ກອງປະຊຸມທົບທວນຄວາມຄືບໜ້າກິດຈະກຳປະຈຳປີ ຂອງໂຄງການ

ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ

6/23/20231 min read

ທິມງານຂອງສະມາຄົມ ສພປ ໄດ້ສຳເລັດການສະໜັບສະໜູນການກະກຽມ ແລະ ດຳເນີນກອງປະຊຸມທົບທວນຄວາມຄືບໜ້າກິດຈະກຳປະຈຳປີ ຂອງໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ ໃນລະຫວ່າງ ວັນທີ 20 ມິຖຸນາ 2023 ທີ່ຫ້ອງປະຊຸມປົກຄອງເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ. ເຊິ່ງໃຫ້ກຽດການເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ກອງສີ ໄຊຍະວົງ, ຮອງເຈົ້າເມືອງໄຊຈໍາພອນ ທ່ານ ດຣ ບຸນຍັງ ລັດສະໝີ, ຫົວໜ້າແຜນງານສຸຂະພາບ ແລະ ໂພຊະນາການ ອົງການແຄຣິຕັສ ລຸກຊຳບວກ ປະຈຳລາວ, ທ່ານ ຄໍາກ້ອນ ຜາຍອຸດອນ, ປະທານສະມາຄົມຊ່ວຍເຫຼືອຟື້ນຟູຄຸນະພາບຊີວິດ (QLA) (ສະມາຄົມທີ່ໄດ້ຮັບທຶນຍ່ອຍສະໜັບສະໜູນກິດຈະກໍາຢູ່ ເມືອງໄຊຈໍາພອນ, ແຂວງບໍລິຄໍາໄຊ). ໃນນັ້ນ, ໄດ້ມີບັນດາຄະນະຊີ້ນຳໂຄງການຂັ້ນສູນ ຕະຫຼອດຮອດ ກອງເລຂາໂພຊະນາການຂັ້ນເມືອງ 3 ຂະແໜງການ (ສຶກສາເມືອງ, ກະສິກຳເມືອງ ແລະ ສະຫະພັນແມ່ຍິງເມືອງ), ຫົວໜ້າກຸ່ມສົ່ງເສີມແມ່ຍິງປະຈຳບ້ານ, ອາສາສະໝັກຮັກສາສຸຂະພາບຂັ້ນບ້ານ, ຄະນະບ້ານ ຈາກບ້ານເປົ້າໝາຍໂຄງການ, ອົງກອນພັດທະນາ ທີ່ໃຫ້ການສະໜັບສະໜູນວຽກງານແມ່ ແລະ ເດັກ-ໂພຊະນາການ ພາຍໃນແຂວງ (ອົງການຈັດຕັ້ງສາກົນ, ສະມາຄົມທ້ອງຖິ່ນ ແລະ ບໍລິສັດເອກະຊົນ) ລວມເຂົ້າຮ່ວມທັງໝົດ 71 ທ່ານ (ຍິງ 36 ທ່ານ). ຈຸດປະສົງ ແມ່ນເພື່ອທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກຳໂຄງການ ແລະ ແຜນຕໍ່ໜ້າ, ແລກປຽນບົດຮຽນກ່ຽວກັບສະພາບໂພຊະນາການລະຫວ່າງຂັ້ນທ້ອງຖິ່ນ, ຂັ້ນເມືອງ ແລະ ຂັ້ນແຂວງ, ຮັບຟັງຄວາມຄິດເຫັນຂອງຄະນະກຳມະການຊີ້ນຳໂຄງການແຕ່ລະພາກສ່ວນ (ກ່ຽວກັບບັນຫາ, ສິ່ງທ້າທາຍ, ຂໍ້ສະເໜີ ແລະ ວິທີການແກ້ໄຂ).