ຕິດຕາມຄວາມຄືບໜ້າຂອງກິດຈະກຳ ຂອງກຸ່ມເປົ້າໝາຍ ຢູ່ ເມືອງທ່າປາງທອງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
8/24/20231 min read
ໃນລະຫວ່າງວັນທີ16-18 ສິງຫາ 2023, ພວກເຮົາຮ່ວມກັບວິຊາການຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທ່າປາງທອງ ແຂວງສະຫວັນນະເຂດ, ໄດ້ຕິດຕາມ ແລະ ອຳນວຍຄວາມສະດວກໃຫ້ກຸ່ມເປົ້າໝາຍທວນຄືນລະບຽບກອງທຶນແບ້ ແລະ ແນະນຳການໃຊ້ຢາປິ່ນປົວ ຢູ່ 2 ບ້ານຄື: ບ້ານໂນນສີວິໄລ ແລະ ບ້ານຜືວຽງຄຳ. ເຫັນວ່າມີແບ້ເກີດໃໝ່ 5 ໂຕ ແລະ ບໍ່ມີແບ້ຕາຍ. ນອກຈາກນີ້, ກໍ່ໄດ້ຕິດຕາມການລ້ຽງປາອ່າງຜ້າຢ່າງ ຂອງກຸ່ມເປົ້າໝາຍ 4 ຄອບຄົວ ແລະ ຕິດຕາມການປັກດຳນາ ພ້ອມແນະນຳເຕັກນິກການບົວລະບັດຮັກສາ ໃຫ້ 2 ຄອບຄົວ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la