ສຳເລັດການວັດແທກການກໍ່ສ້າງທາງເນີນໃຫ້ໂຮງໝໍນ້ອຍ ເມືອງ ໄຊພຸທອງ, ນອງ ແລະ ທ່າປາງທອງ ແຂວງສະຫວັນນະເຂດ.

ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP)

7/24/20231 min read

ການກໍ່ສ້າງທາງເນີນກໍ່ເປັນອີກກິດຈະກຳໜື່ງທີ່ພວກເຮົາໄດ້ສະໜັບສະໜູນ ເພື່ອຄວາມສະດວກໃນການເຂົ້າເຖິງໄດ້ສໍາຫລັບທຸກຄົນ ໂດຍສະເພາະຄົນທີ່ມີຄວາມເປັນພິການ, ຜູ້ສູງອາຍຸ ແລະ ອື່ນໆ. ໃນວັນທີ 18-19 ກໍລະກົດ 2023 ທີ່ຜ່ານມາ, ທີມງານໄດ້ລົງວັດແທກການກໍ່ສ້າງທາງເນີນ ໂດຍຮ່ວມກັບຫ້ອງການສາທະລະນະສຸກຂອງແຕ່ລະເມືອງຄື: ເມືອງນອງ (ໂຮງໝໍນ້ອຍນາກອງ, ອາສິງ ແລະ ນາກອງ), ເມືອງໄຊພູທອງ (ໂຮງໝໍນ້ອຍມ່ວງໄຂ່, ໂຮງຫມໍນ້ອຍດົງໂພສີ, ໂຮງຫມໍນ້ອຍດົງດອກໄມ້) ເມືອງທ່າປາງທອງ (ໂຮງໝໍນ້ອຍຫ້ວຍໝື້ນ, ພູມະລີ ແລະ ເຊກື). ສຳຫລັບແຜນຕໍ່ໄປແມ່ນຈະລົງໄປວັດແທກການກໍ່ສ້າງທາງເນີນທີ່ເມືອງອາດສະພອນປະກອບມີ: ໂຮງໝໍນ້ອຍ ໂພນງາມ ແລະ ໂຮງໝໍນ້ອຍ ແກ້ງໝົ້ມ.