ສົ່ງເສີມການເຂົ້າເຖິງວຽກງານສຸຂະອະນາໄມ ດ້ວຍການເຈາະນ້ຳບາດານ ແລະ ສະໜັບສະໜູນການສ້າງວິດຖ່າຍ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

6/22/20231 min read

ໃນລະຫວ່າງວັນທີ 6-9 ມິຖຸນາ 2023, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຮ່ວມກັບ ວິຊາການຈາກຫ້ອງການສາທາລະນະສຸກ ເມືອງທ່າປາງທອງ,ຄະນະຈຸດສຸມບ້ານ ໄດ້ກວດກາ ແລະ ເຈາະນ້ຳບາດານ ໃຫ້ກຸ່ມເປົ້າໝາຍຢູ່ ບ້ານແກ້ງສັງກູ.

ພ້ອມກັນນັ້ນ, ຍັງໄດ້ຕິດຕາມສະໜັບສະໜູນ ແລະ ເຮັດບົດບັນທຶກກັບຄອບຄົວທີ່ຍັງບໍ່ທັນສໍາເລັດການສ້າງວິດຖ່າຍ ຢູ່ 4 ບ້ານຄື: ບ້ານຜືວຽງຄໍາ ສໍາເລັດເພີ່ມ 3 ຄອບຄົວ, ສ່ວນບ້ານໂນນສີວິໄລ, ບ້ານແກ້ງສັງກູ ແລະ ບ້ານນາຈັນທາງ ສໍາເລັດເພີ່ມອີກບ້ານລະ 2 ຄອບຄົວ.