ຄວາມຄືບໜ້າການຕໍ່ນ້ຳລິນເຂົ້າຄົວເຮືອນ ຂອງກຸ່ມເປົ້າໝາຍ ຢູ່ເມືອງດາກຈຶງ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

7/29/20231 min read

ໃນວັນທີ 20-21 ກໍລະກົດ 2023, ພວກເຮົາສົມທົບກັບອຳນາດການປົກຄອງບ້ານ ບ້ານດາກເລ, ເມືອງດາກຈຶງ, ແຂວງເຊກອງ ໄດ້ຕິດຕາມການນຳໃຊ້ນ້ຳລິນຂອງກຸ່ມເປົ້າໝາຍ 11 ຄອບຄົວ. ເຊິ່ງເຫັນວ່າ ກຸ່ມເປົ້າໝາຍໄດ້ຕໍ່ນ້ຳລິນເຂົ້າໃນຄົວເຮືອນສຳເລັດແລ້ວ 9 ຄອບຄົວ, ນອກຈາກນີ້ ທີມງານຍັງພົບເຫັນຈຸດທີ່ມີນ້ຳຮົ່ວ ແລະ ຮ່ວມກັນກັບກຸ່ມເປົ້າໝາຍສ້ອມແປງຈົນສຳເລັດ.