ກຸ່ມເປົ້າໝາຍຢູ່ເມືອງທ່າປາງທອງ ສືບຕໍ່ປັບປຸງສະຖານທີ່ ແລະ ກະກຽມກິດຈະກຳ ເພື່ອຕ້ອນຮັບກອງປະຊຸມປະຈຳປີ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

8/7/20231 min read

ໃນທ້າຍເດືອນກໍລະກົດ 2023 ທີ່ຜ່ານມານີ້, ທີມງານໂຄງການໄດ້ຕິດຕາມ ແລະ ຊ່ວຍສະໜັບສະໜູນກຸ່ມເປົ້າໝາຍ ໃນການກະກຽມ ແລະ ປັບປຸງສະຖານທີ່ ຢູ່ 2 ບ້ານຄື: ບ້ານນາຖ້ຳໝູ ແລະ ບ້ານຜືວຽງຄຳ, ເມືອງທ່າປາງທອງ ແຂວງສະຫວັນນະເຂດ. ເຊິ່ງພວກເຮົາໄດ້ປັບປຸງສະຖານທີ່ລ້ຽງກົບ ແລະ ສະຖານທີ່ລ້ຽງແບ້ ເພື່ອກະກຽມຄວາມພ້ອມຂອງແຕ່ລະກິດຈະກຳ ໃນການຕ້ອນຮັບແຂກທີ່ຈະມາຮ່ວມກອງປະຊຸມປະຈໍາປີຂອງໂຄງການ ທີ່ ບ້ານຜືວຽງຄໍາ, ເມືອງທ່າປາງທອງ ໃນເດືອນສິງຫາ 2023.