ໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ຢາປິ່ນປົວ ແລະ ຕິດຕາມການລ້ຽງແບ້ຂອງກຸ່ມເປົ້າໝາຍ ຢູ່ເມືອງດາກຈຶງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
8/10/20231 min read
ໃນວັນທີ 25-28 ກໍລະກົດ 2023, ເຮົາໄດ້ຕິດຕາມການລ້ຽງແບ້ ແລະ ໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ຢາປິ່ນປົວ ແລະ ວິທີການສັກຢາຫຼວງໃຫ້ແບ້ ໃຫ້ກຸ່ມເປົ້າໝາຍ 2 ບ້ານຄື: ບ້ານດາກຢຮັງ ແລະ ບ້ານດາກເລ, ເມືອງດາກຈຶງ, ແຂວງເຊກອງ. ເຊິ່ງໃນບ້ານດາກຢຮັງ ມີກຸ່ມເປົ້າໝາຍທີ່ໄດ້ຮັບກິດຈະກຳການລ້ຽງແບ້ 15 ຄອບຄົວ ມີແບ້ທັງໝົດ 44 ໂຕ, ສ່ວນບ້ານດາກເລ ມີກຸ່ມເປົ້າໝາຍ 15 ຄອບຄົວ ປັດຈຸບັນມີແບ້ທັງໝົດ 64 ໂຕ. ທີມງານພົບວ່າ ເກີດໃໝ່ຈຳນວນ 28 ໂຕ ແລະ ໄດ້ມີແບ້ຕາຍ 14 ໂຕ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la