ແນະນຳເຕັກນິກການລ້ຽງປາ ແລະ ເຮັດອາຫານກ້ອນໃຫ້ປາ ຢູ່ບ້ານເປົ້າໝາຍ ທີ່ເມືອງດາກຈຶງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
8/23/20231 min read
ໃນກາງເດືອນສິງຫາ 2023, ພວກເຮົາໄດ້ຢ້ຽມຢາມ ແລະ ສະໜັບສະໜູນກິດຈະກຳການສ້າງລາຍຮັບໃຫ້ກັບກຸ່ມເປົ້າໝາຍຢູ່ ເມືອງດາກຈຶງ, ແຂວງເຊກອງ ເຊິ່ງປະກອບມີ: ມອບລູກກົບ 600 ໂຕ ໃຫ້ 2 ຄອບຄົວຢູ່ບ້ານຕັງໂບຣງ, ມອບລູກປາດຸກ 2,500 ໂຕ ແລະ ອ່າງຜ້າຢາງ ໃຫ້ 5 ຄອບຄົວຢູ່ 2 ບ້ານ (ບ້ານຕັງໂບຣງ ແລະ ບ້ານດາກຢັຣງ), ພ້ອມທັງໄດ້ແນະນຳເຕັກນິກການລ້ຽງ, ການເຮັດອາຫານກ້ອນ ແລະ ການສ້າງໄຮນ້ຳຈາກພືດໃຫ້ກັບເຂົາເຈົ້າ.
ທີມງານບອກໃຫ້ຮູ້ວ່າ: ຄອບຄົວເປົ້າໝາຍສາມາດເຂົ້າໃຈ ແລະ ຮຽນຮູ້ໄດ້ໄວ, ນອກຈາກຈະເຮັດເອງໄດ້ແລ້ວ ຍັງຖ່າຍທອດບົດຮຽນໃຫ້ກັບຄອບຄົວອື່ນອີກ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la