ສຳເລັດກອງປະຊຸມຊີ້ແຈງກ່ຽວກັບກິດຈະກຳ ແລະ ວາງແຜນຮ່ວມກັບຂັ້ນເມືອງ ແລະ ຂັ້ນແຂວງ ທີ່ແຂວງຫຼວງພະບາງ.

ໂຄງການສົ່ງເສີມການເຂົ້າເຖິງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຜູ້ດ້ອຍໂອກາດໃນຊັ້ນປະຖົມ ຈັດຕັ້ງປະຕິບັດຢູ່ ເມືອງ ໂພນໄຊ, ແຂວງ ຫຼວງພະບາງ

7/13/20231 min read

ກອງປະຊຸມໄດ້ຈັດຂື້ນໃນ ວັນທີ 10 ກໍລະກົດ 2023 ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໂພນໄຊ ແຂວງ ຫຼວງພະບາງ, ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ໂພຍະວົງ ສິດທິໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ໂພນໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ, ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ, ສະມາຄົມ ເຄື່ອຂ່າຍຜູ້ຕິດເຊື້ອ ເຮສໄອວີ/ເອດ, ສະມາຄົມ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 13 ທ່ານ (ຍິງ 4 ທ່ານ) ແລະ ຜູ້ທີ່ມີຄວາມເປັນພິການ 1 ທ່ານ.

ຈຸດປະສົງແມ່ນເພື່ອນຳສະເໜີ ແລະ ຊີ້ແຈງ ບັນດາແຜນວຽກໃນການດຳເນີນກິດຈະກຳຂອງໂຄງການ ໃຫ້ກັບແຕ່ລະພາກສ່ວນຢູ່ຂັ້ນແຂວງ, ຂັ້ນເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງມີສ່ວນຮ່ວມໃນການວາງແຜນ ແລະ ຈັດຕັ້ງປະຕິບັດຮ່ວມກັນ.