ຕິດຕາມຄວາມຄືບໜ້າຂອງກິດຈະກຳຂອງກຸ່ມເປົ້າໝາຍ ຢູ່ບ້ານຕັງໂບຣງ ທີ່ເມືອງດາກຈຶງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
8/25/20231 min read
ໃນລະຫວ່າງວັນທີ 15-18 ສິງຫາ 2023, ພວກເຮົາໄດ້ຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າຂອງກິດຈະກຳ ໃຫ້ກຸ່ມເປົ້າໝາຍ ຢູ່ບ້ານຕັງໂບຣງ ເມືອງດາກຈຶງ ແຂວງເຊກອງ. ເຊິ່ງປະກອບມີ: ຕິດຕາມການລ້ຽງແບ້ 29 ຄອບຄົວ, ການກໍ່ສ້າງວິດຖ່າຍ 15 ຄອບຄົວ ເຫັນວ່າກຸ່ມເປົ້າໝາຍສ້າງສຳເລັດອີກ 1 ຄອບຄົວ ພາຍໃນ 5 ວັນ, ສ່ວນຄອບຄົວອື່ນກຳລັງດຳເນີນການຕໍ່.
ນອກຈາກນີ້, ຍັງໄດ້ຕິດຕາມກິດຈະກຳການລ້ຽງປາໜອງດິນ 7 ຄອບຄົວ ເຊິ່ງເຫັນວ່າ ປາໃຫຍ່ຂື້ນຫຼາຍ ແລະ ທີມງານໄດ້ແນະນຳກຸ່ມເປົ້າໝາຍເຮັດອາຫານກ້ອນ. ສ່ວນການລ້ຽງປາໃນອ່າງຜ້າຢາງແມ່ນໄດ້ຕິດຕາມ 4 ຄອບຄົວ ທີມງານໄດ້ແນະນຳໃຫ້ປ່ຽນຖ່າຍນ້ຳ ແລະ ຫາອາຫານເສີມທີ່ມີພາຍໃນບ້ານໃຫ້ປາ ເພື່ອໃຫ້ປາໃຫຍ່ໄວອີກດ້ວຍ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la