ຝຶກອົບຮົມການຄຸ້ມຄອງ ແລະ ການນຳໃຊ້ພືດອາຫານສັດ ຢູ່ເມືອງໄຊພູທອງ

ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ເມືອງ ໄຊພູທອງ, ແຂວງ ສະຫວັນນະເຂດ ໂຄງການນີ້ໄດ້ຮັບທຶນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ (HI), ມີຄູ່ຮ່ວມງານຄື ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ARMI). ເພື່ອສົ່ງເສີມຄວາມເປັນອິດສະຫຼະ ແລະ ຄວາມສາມາດໃນການເຮັດວຽກຂອງຄົນພິການຜ່ານການເຂົ້າເຖິງການບໍລິການສຸຂະພາບ ແລະ ສັງຄົມຢ່າງເທົ່າທຽມກັນ.

8/25/20231 min read

ໃນທ້າຍເດືອນກໍລະກົດ 2023 ທີ່ຜ່ານມາ, ພວກເຮົາ ຮ່ວມກັບ ສູນຄົ້ນຄວ້າລະບົບການລ້ຽງ ແລະ ການຕະຫຼາດແບ້ຂອງຊາວກະສິກອນ ໄດ້ຝຶກອົບຮົມກ່ຽວກັບການປູກພືດອາຫານສັດ ໃຫ້ກັບກຸ່ມເປົ້າໝາຍຜູ້ທີ່ລ້ຽງສັດ ທິີ່ໄດ້ຮັບການສະໜັບສະໜູນຈາກໂຄງການ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 119 ທ່ານ (ຍິງ 41 ທ່ານ), ພາຍໃຕ້ຫົວຂໍ້ ການຄຸ້ມຄອງ ແລະ ການນຳໃຊ້ພືດອາຫານສັດ. ຈຸດປະສົງ: ເພື່ອໃຫ້ກຸ່ມເປົ້າໝາຍສາມາດຮູ້ວິທີການຄຸ້ມຄອງ ແລະ ການນຳໃຊ້ພືດອາຫານສັດໃຫ້ຖືກຕ້ອງຕາມຫຼັກການ.