ຕິດຕາມຄວາມຄືບໜ້າຂອງກິດຈະກຳ ຢູ່ ບ້ານເປົ້າໝາຍ ເມືອງດາກຈຶງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
9/6/20231 min read
ໃນອາທິດສຸດທ້າຍຂອງເດືອນສິງຫາ 2023, ພວກເຮົາໄດ້ຕິດຕາມຄວາມຄືບໜ້າຂອງກິດຈະກຳ ຢູ່ບ້ານເປົ້າໝາຍ ທີ່ເມືອງດາກຈຶງ ແຂວງເຊກອງ ເຊິ່ງ ການກໍ່ສ້າງວິດຖ່າຍຂອງກຸ່ມເປົ້າໝາຍ 38 ຄອບຄົວ ຢູ່ 3 ບ້ານຄື: ບ້ານຕັງໂບຮງ, ບ້ານດາກເລ ແລະ ບ້ານຕັງມີ ປັດຈຸບັນເຫັນວ່າ 16 ຄອບຄົວສ້າງສຳເລັດ ແລະ ໄດ້ນຳໃຊ້ແລ້ວ, ສ່ວນອີກ 22 ຄອບຄົວແມ່ນກຳລັງກໍ່ສ້າງ. ນອກຈາກນີ້, ພວກເຮົາກໍ່ຍັງໄດ້ຕິດຕາມການລ້ຽງປາ ແລະ ການລ້ຽງແບ້ຂອງກຸ່ມເປົ້າໝາຍອີກດ້ວຍ ເຊິ່ງເຫັນວ່າ ປາເລີ່ມໃຫຍ່ ແລະ ແບ້ຂອງເຂົາເຈົ້າກໍ່ແຂງແຮງດີ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la