ສືບຕໍ່ເດີນທໍ່ນ້ຳລິນເຂົ້າຄົວເຮືອນ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
6/26/20231 min read
“ໄມ້ລຳດຽວອ້ອມຮົ້ວບໍ່ໄຂວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ” ຄຳສຸພາສິດລາວກ່າວໄວ້ແມ່ນຄວາມເພິ່ນ, ການທີ່ເຮົາຈະເຮັດຫຍັງນັ້ນຕ້ອງໄດ້ຮ່ວມແຮງຮ່ວມໃຈ ສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຈຶ່ງຈະປະສົບຜົນສຳເລັດໂດຍໄວ.
ໃນວັນທີ 13-14 ມິຖຸນາ 2023 ທີ່ຜ່ານມານີ້, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ໄດ້ນຳພາປະຊາຊົນ ເດີນທໍ່ນ້ຳລິນ ເພື່ອຕໍ່ນ້ຳລົງໃສ່ຄົວເຮືອນຂອງປະຊາຊົນໄດ້ຊົມໃຊ້ ແລະ ສືບຕໍ່ເດີນທໍ່ຈາກບ່ອນກັກນ້ຳລິນ ຂື້ນມາໃສ່ອ່າງເກັບນ້ຳ, ທີ່ສຳຄັນຍັງສຳເລັດການຕໍ່ເຕີມໂຮງເຮືອນຂອງອ່າງເກັບນ້ຳລິນອີກດ້ວຍ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la