ການສຳຫຼວດພື້ນທີ່ ແລະ ຊອກຫາກຸ່ມສົນໃຈເຂົ້າຮ່ວມກິດຈະກຳກັບໂຄງການ ທີ່ ແຂວງສະຫວັນນະເຂດ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
9/8/20231 min read
ໃນລະຫວ່າງວັນທີ 29 ສິງຫາ - ວັນທີ 1 ກັນຍາ 2023, ພວກເຮົາ ຮ່ວມກັບ ຄູ່ຮ່ວມງານຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ໄດ້ສຳຫຼວດພື້ນທີ່ບ້ານເປົ້າໝາຍ ແລະ ຊອກຫາກຸ່ມສົນໃຈຢາກຮ່ວມກິດຈະກຳຂອງໂຄງການ. ເຊິ່ງພວກເຮົາໄດ້ໂອ້ລົມກັບຊາວບ້ານ 31 ຄອບຄົວ ໃນ 4 ບ້ານ ດັ່ງນີ້: ມີຜູ້ທີ່ສົນໃຈຢາກລ້ຽງແບ້ທັງໝົດ 11 ຄອບຄົວ, ຜູ້ທີ່ສົນໃຈຢາກລ້ຽງປາ 5 ຄອບຄົວ ແລະ ຊອກໄດ້ຄອບຄົວທີ່ມີເດັກນ້ອຍອາຍຸລຸ່ມ 5 ປີ ທີ່ມີຄວາມພ້ອມໃນການສ້າງວິດຖ່າຍ 15 ຄອບຄົວ.
ຫຼັງຈາກນີ້, ພວກເຮົາກໍ່ຈະໄດ້ສັງລວມຂໍ້ມູນ ແລະ ນຳໄປປະເມີນຕາມເງື່ອນໄຂ ມາດຖານທີ່ໂຄງການກຳນົດໄວ້ ເພື່ອກະກຽມການສະໜັບສະໜູນກິດຈະກຳໃຫ້ກັບກຸ່ມເປົ້າໝາຍໃນໄວໆນີ້.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la