ເຮັດບົດບັນທຶກ ໃຫ້ກຸ່ມເປົ້າໝາຍຜູ້ທີ່ມີຄວາມຫຍຸ້ງຍາກດ້ານການໄດ້ຍິນເຂົ້າຮັບການປິ່ນປົວຫູ ທີ່ແຂວງຫຼວງພະບາງ
ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ. ຈຸດປະສົງຂອງໂຄງການເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນະພາບຊິວີດຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ CBM Global Disability Inclusion (CBM Global).
9/8/20231 min read
ໃນອາທິດທີ 3 ເດືອນສິງຫາ 2023, ພວກເຮົາຮ່ວມກັບ ພະແນກແຮງງານສະຫວັດດີການ ແລະ ສັງຄົມ, ຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງຈອມເພັດ, ສາຂາສູນການແພດຟື້ນຟູໜ້າທີ່ການ ແລະ ວິຊາການຈາກໂຮງໝໍແຂວງ ແຂວງຫຼວງພະບາງ ໄດ້ເຮັດບົດບັນທຶກໃຫ້ກັບກຸ່ມເປົ້າໝາຍ ຜູ້ທີ່ມີຄວາມຫຍຸ້ງຍາກດ້ານການໄດ້ຍິນ ທັງໝົດ 15 ຄົນ (ຍິງ 5 ຄົນ) ຢູ່ 10 ບ້ານເປົ້າໝາຍ ໃນເມືອງຈອມເພັດ.
ຜ່ານຈາກການລົງເຮັດບົດບັນທຶກເຫັນວ່າ: ມີ 11 ຄົນ (ຍິງ 4 ຄົນ) ທີ່ຍອມຮັບການເຮັດບົດບັນທຶກເຂົ້າຮັບການປິ່ນປົວຫູ. ຈຸດປະສົງ ເພື່ອເປັນການສົ່ງເສີມໃຫ້ກຸ່ມເປົ້າໝາຍທີ່ມີຄວາມບົກຜ່ອງການໄດ້ຍິນ ແລະ ໃຫ້ເຂົາເຈົ້າສາມາດເຂົ້າຮອດເຂົ້າເຖິງສະຖານທີ່ການປິ່ນປົວ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la