ລູກຂອງທ້າວເຫຼີມໄດ້ຫຼຸດພົ້ນຈາກການເປັນເດັກນ້ອຍທີ່ຂາດສານອາຫານແລ້ວ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

9/12/20231 min read

ທ້າວເຫຼີມ ອາຍຸ 39 ປີ, ອາໄສຢູ່ ບ້ານຫ້ວຍເດື່ອ, ເມືອງອາດສະພອນ, ແຂວງສະຫວັນນະເຂດ. ມີສະມາຊິກຄອບຄົວທັງໝົດ 5 ຄົນຄື: ທ້າວເຫຼີມ, ເມຍ ແລະ ລູກ 3 ຄົນ ເຊິ່ງລູກຄົນນ້ອຍສຸດຍັງຢູ່ໃນຊ່ວງອາຍຸລຸ່ມ 5 ປີລົງມາ ເປັນຄົນທີ່ຂາດສານອາຫານ ຮ່າງກາຍຈ່ອຍ ແລະ ບໍ່ແຂງແຮງ. ຄອບຄົວຂອງລາວມີອາຊີບເຮັດນາ, ເຊິ່ງລາຍໄດ້ຫຼັກມາຈາກການຂາຍສັດ, ຂາຍມັນຕົ້ນ ແລະ ເຄື່ອງປ່າຂອງດົງ. ເນື່ອງຈາກຄອບຄົວຂອງເຂົາເຈົ້າທຸກຍາກ ແລະ ມີລູກນ້ອຍທີ່ຂາດສານອາຫານ, ທາງໂຄງການຈຶ່ງໄດ້ມອບກິດຈະກຳໃຫ້ຫຼາຍຢ່າງ ເປັນຕົ້ນແມ່ນ: ສົ່ງເສີມການເຂົ້າເຖິງວິດຖ່າຍ, ສົ່ງເສີມການສ້າງລາຍຮັບ (ການລ້ຽງແບ້, ການລ້ຽງກົບ ແລະ ການປູກເຫັດ).

ໃນໄລຍະທຳອິດປີ 2021, ທາງໂຄງການໄດ້ໄປສະໜັບສະໜູນ ແລະ ສົ່ງເສີມການເຂົ້າເຖິງວິດຖ່າຍ, ແຕ່ເນື່ອງຈາກວ່າ ເຂົາເຈົ້າເປັນຄອບຄົວທີ່ທຸກຍາກ ໂຄງການຈຶ່ງໄດ້ສະໜອງກິດຈະກຳການລ້ຽງກົບໃຫ້ອີກ ເຊິ່ງມີ: ອ່າງລ້ຽງກົບ 1 ອ່າງ ແລະ ກົບນ້ອຍ 500 ໂຕ. ຫຼັງຈາກໄດ້ກິດຈະກຳການລ້ຽງກົບແລ້ວ ທ້າວເຫຼີມກໍ່ມີຄວາມບຸກບືນ ແລະ ຕັ້ງໃຈໃນການລ້ຽງກົບ ເຮັດໃຫ້ຄອບຄົວມີອາຫານການກິນທີ່ດີຂື້ນ, ບາງມື້ກໍ່ເອົາກົບມາເປັນອາຫານ, ບາງມື້ກໍ່ເອົາກົບໄປຂາຍເພື່ອຊື້ຊິ້ນ-ຊື້ປາມາກິນ ເຮັດໃຫ້ເລື່ອງອາຫານການກິນຂອງເຂົາເຈົ້ານັບມື້ນັບດີຂື້ນ. ເມື່ອເຫັນໄດ້ເຖິງຄວາມຕັ້ງໃຈ ແລະ ຄວາມບຸກບືນຂອງລາວ, ບວກກັບຄອບຄົວຂອງລາວກໍ່ຍັງມີຄວາມຂາດເຂີນ ໂຄງການຈຶ່ງໄດ້ສືບຕໍ່ສະໜອງກິດຈະກຳການລ້ຽງແບ້, ເຊິ່ງໄດ້ມອບແບ້ໃຫ້ 4 ໂຕ ພ້ອມກັບແນະນໍາວິທີການລ້ຽງ, ເຕັກນິກການສັກຢາ ແລະ ການບົວລະບັດຮັກສາ. ປັດຈຸບັນແບ້ຂອງລາວມີຄວາມແຂງແຮງ ຕຸ້ຍພີດີງາມ ແລະ ເກີດແມ່ແຜ່ລູກ ເປັນ 8 ໂຕ.

ໃນປີ 2023, ໂຄງການຍັງໄດ້ສະໜັບສະໜູນກິດຈະກໍາການປູກເຫັດໃຫ້ກັບລາວ, ໂດຍໄດ້ສະໜອງເຊື້ອເຫັດ 50 ກ້ອນ, ປູນຂາວ 2 ໂລ, ສຳລີ 1 ຖົງ, ຖົງເບົ້າເຫັດ 1,000 ຖົງ ແລະ ປອກຄໍເບົ້າເຫັດ 1,000 ປອກ ແລະ ໄດ້ແນະນໍາເຕັກນິກການປູກ ແລະ ການບົວລະບັດຮັກສາໃຫ້ອອກຜົນດີ, ປັດຈຸບັນລາວສາມາດເກັບດອກເຫັດມາກິນ ແລະ ຂາຍເພື່ອຊື້ອາຫານອື່ນ, ລາວໄດ້ນໍາເອົາເງິນດັ່ງກ່າວໄປໝຸນໃຊ້ໃນການຊື້ເປັດຊື້ໄກ່ມາລ້ຽງ, ເຮັດສວນຜັກ ເພື່ອຕໍ່ຍອດການສ້າງລາຍຮັບ ແລະ ການສໍາຮອງອາຫານໄວ້ສໍາລັບຄອບຄົວ ໂດຍໄດ້ຮັບການແນະນໍາຈາກທີມງານໂຄງການ ດ້ານເຕັກນິກການເຮັດປຸ໋ຍຊີວະພາບ, ການເຮັດຝຸ່ນບົ່ມຝຸ່ນໝັກຈາກທຳມະຊາດອີກດ້ວຍ. ໃນຕົ້ນປີ 2023, ທາງທີມງານໄດ້ໄປຢ້ຽມຢາມ ແລະ ປະເມີນກ່ຽວກັບລູກຂອງລາວອີກຄັ້ງ ເຊິ່ງພົບວ່າ: ລູກຂອງລາວແມ່ນຫຼຸດພົ້ນຈາກສະພາບການຂາດສານອາຫານ ເປັນເດັກນ້ອຍປົກກະຕິ ແລະ ເປັນເດັກນ້ອຍທີ່ມີສຸຂະພາບແຂງດີ.