ຜູ້ລ້ຽງກົບ ທີ່ເລີ່ມຈາກສູນຈົນກາຍເປັນຜູ້ຖ່າຍທອດຄວາມຮູ້ໃຫ້ຄົນພາຍໃນບ້ານ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

9/13/20231 min read

ທ້າວຕິນ ອາຍຸ 32 ປີ, ອາໄສຢູ່ ບ້ານສີນົນໄຊ, ເມືອງອາດສະພອນ, ແຂວງສະຫວັນນະເຂດ. ໃນຄອບຄົວມີ 4 ຄົນຄື: ທ້າວຕິນ, ເມຍ ແລະ ລູກ 2 ຄົນ. ເຂົາເຈົ້າມີອາຊີບເຮັດນາ, ເຊິ່ງຜ່ານມາ ເຂົ້າບໍ່ພໍກຸ້ມກິນໃນແຕ່ລະປີ. ເມື່ອທີມງານໄດ້ລົງປະເມີນເຫັນວ່າຄອບຄົວຂອງລາວຈະໄດ້ຮັບການສະໜັບສະໜູນກິດຈະກໍາລ້ຽງກົບ. ລາວບອກວ່າ: “ບໍ່ມີຄວາມຮູ້ ແລະ ປະສົບການກ່ຽວກັບການລ້ຽງກົບ, ຢ້ານລ້ຽງແລ້ວບໍ່ໃຫຍ່, ຢ້ານມັນຕາຍ ເນື່ອງຈາກວ່າ ບໍ່ຮູ້ເຕັກນິກ ແລະ ວິທີການລ້ຽງ” ແຕ່ທາງທີມງານໂຄງການກໍ່ໄດ້ອະທິບາຍໃຫ້ເຂົ້າໃຈວ່າ ພວກເຮົາຈະເປັນຜູ້ອໍານວຍຄວາມສະດວກ, ໃຫ້ຄວາມຮູ້, ແນະນໍາເຕັກນິກ ແລະ ສະໜອງລູກກົບໃຫ້ລາວ.

ໃນປີ 2021, ໂຄງການໄດ້ສະໜັບສະໜູນລູກກົບ 500 ໂຕ, ສະໜອງອຸປະກອນອ່າງລ້ຽງກົບ 1 ອັນ, ຫົວອາຫານ 1 ສອບ ແລະ ຜ້າກັນແສງ 8 ແມັດ ພ້ອມໄດ້ແນະນຳ ແລະ ສອນເຕັກນິກວິທີການລ້ຽງກົບ, ການໃຫ້ອາຫານ, ການປ່ຽນຖ່າຍນໍ້າ ລວມໄປເຖິງການຫາອາຫານເສີມຈາກທຳມະຊາດທີ່ຫາໄດ້ງ່າຍພາຍໃນບ້ານເອງເປັນຕົ້ນແມ່ນ: ປວກ, ຂີ້ກະເດືອນ, ແມງໄມ້ ແລະ ອື່ນໆ. ເນື່ອງຈາກວ່າລາວເປັນຜູ້ໜື່ງທີ່ຮຽນຮູ້ໄດ້ໄວ ແລະ ເຮັດໃຫ້ເກີດມີຜົນສໍາເລັດ ລາວຈຶ່ງກາຍເປັນຄົນສໍາຄັນ ທີ່ຊາວບ້ານໃຫ້ຄວາມເຄົາລົບ ແລະ ມາຂໍຄຳປຶກສາກ່ຽວກັບການລ້ຽງກົບນໍາເລື້ອຍໆ ເວົ້າໄດ້ວ່າລາວເປັນຕົວແທນຂອງທີມງານໂຄງການທີ່ໃຫ້ຄວາມຮູ້ ແລະ ແນະນຳວິທີການທີ່ດີໃຫ້ກັບຊຸມຊົນໄດ້.

ທ້າວຕິນເວົ້າວ່າ: “ເມື່ອໄດ້ຮັບກິດຈະກໍາ ແລະ ປະຕິບັດຈົນມັນປະສົບຜົນສໍາເລັດແລ້ວ, ປັດຈຸບັນຮູ້ສຶກພາກພູມໃຈທີໄດ້ຮັບກິດຈະກຳ. ຫຼັງຈາກໄດ້ຮັບກິດຈະກໍາແລ້ວ, ທາງຄອບຄົວໄດ້ມີການປ່ຽນແປງທີ່ດີຂື້ນ ລາຍຮັບເພິ່ມຂື້ນ (ເຊິ່ງລາຍໄດ້ຈາກການຂາຍກົບປະມານ 450,000 ກີບ/ຄັ້ງ), ຫຼັງຈາກໂຄງການໝົດໄປ ກໍ່ຈະສືບຕໍ່ລ້ຽງກົບ ແລະ ມີແຜນຈະປະສົມພັນກົບເອງ ເພື່ອໃຫ້ມີຄວາມຍືນຍົງຕາມຄໍາແນະນໍາຂອງໂຄງການ”.