ການສົ່ງເສີມນຳໃຊ້ວິດຖ່າຍຢູ່ບ້ານຕັງມີ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

9/14/20231 min read

ບ້ານຕັງມີ, ເມືອງດາກຈຶງ, ແຂວງເຊກອງ ແມ່ນໜຶ່ງໃນບ້ານເປົ້າໝາຍທີ່ໂຄງການໃຫ້ການສະໜັບສະໜູນ ແລະ ສົ່ງເສີມໃຫ້ມີການນໍາໃຊ້ວິດຖ່າຍທີ່ຖືກຫຼັກໂພຊະນາການ ເພື່ອສຸຂະພາບທີ່ດີຂອງທຸກຄົນໃນຊຸມຊົນ. ບ້ານຕັງມີ ມີ 34 ຄອບຄົວ. ໃນໄລຍະທີ່ຜ່ານມາ, ບາງຄອບຄົວມີວິດຖ່າຍ (ແຕ່ເປັນວິດຖ່າຍແບບແຫ້ງ) ເຊິ່ງມັນບໍ່ສະອາດພຽງພໍ, ສົ່ງກິ່ນເໝັນ ແລະ ບໍ່ຖືກຫຼັກໂພຊະນາການ, ບາງຄອບຄົວບໍ່ມີວິດຖ່າຍ ອາໄສເຂົ້າປ່າຖ່າຍຊະຊາຍ ເຊິ່ງມັນມີຜົນກະທົບຕໍ່ສຸຂະພາບ, ເຮັດໃຫ້ການດໍາລົງຊີວິດຫຍຸ້ງຍາກ ໂດຍສະເພາະແມ່ນຄອບຄົວທີ່ມີເດັກນ້ອຍ ໄດ້ພົບກັບຫຼາຍບັນຫາເຊັ່ນວ່າ: ຄົນໃນຄອບຄົວມັກເຈັບທ້ອງ, ມັກຖອກທ້ອງເປັນປະຈຳ. ດັ່ງນັ້ນ, ໂຄງການຈຶ່ງໄດ້ໄປປະເມີນ ແລະ ຄັດເລືອກໄດ້ກຸ່ມເປົ້າໝາຍ ທັງໝົດ 26 ຄອບຄົວ.

ໂຄງການໄດ້ສະໜອງອຸປະກອນວິດຖ່າຍໃຫ້ແຕ່ລະຄອບຄົວປະກອບມີ: ສັງກະສີ 4 ແຜ່ນ, ປູນ 5 ສອບ, ເຫຼັກຍາວເບີ 8 ຈຳນວນ 1 ເສັ້ນ, ຫົວວິດ 1 ອັນ, ທໍ່ PVC P100 ຈຳນວນ 1 ອັນ, ທໍ່ PVCP18 ຈຳນວນ 1 ອັນ, ເຫຼັກຕະປູ 2 ກັບ (ລວມມູນຄ່າ 1,181,000 ກີບ/ຄອບຄົວ). ພ້ອມກັນນີ້, ທີມງານໄດ້ແນະນໍາວິທີການກໍ່ສ້າງ ແລະ ນໍາພາຕິດຕັ້ງຫົວວິດ, ຂຸດຂຸມ, ເຮັດໂຮງເຮືອນ, ວາງທໍ່ ແລະ ເອົາທໍ່ລົງຂຸມ. ນອກຈາກນີ້, ກໍ່ໄດ້ແນະນຳການບົວລະບັດຮັກສາ ໃຫ້ອະນາໄມຂອບເຂດບໍລິເວນຫົວວິດ, ບໍລິເວນພື້ນ, ຮ່ອງລະບາຍນໍ້າທຸກຄັ້ງທີ່ນໍາໃຊ້ ແລະ ໝັ່ນຖາງຫຍ້າບໍລິເວນອ້ອມຮອບເຮືອນວິດ. ເມື່ອໄດ້ຮັບອຸປະກອນ ແລະ ຄໍາແນະນໍາຈາກທີມງານແລ້ວ, ກຸ່ມເປົ້າໝາຍໄດ້ມີຄວາມຕັ້ງໃຈ ແລະ ເອົາໃຈໃສ່ໃນການສ້າງວິດຖ່າຍຢ່າງຫ້າວຫັນ, ເຂົາເຈົ້າມີຄວາມບຸກບືນໃນການໄປເອົາແຮ່ ເອົາຊາຍ ທີ່ຢູ່ເຂດຫ່າງໄກຈາກບ້ານ, ເຖິງການເດີນທາງຈະຫຍຸ້ງຍາກ ແລະ ໃຊ້ເວລາດົນ ແຕ່ເຂົາເຈົ້າກໍ່ມີຄວາມພະຍາຍາມ ແລະ ອົດທົນສູງ ເຮັດໃຫ້ຮູ້ວ່າ ເຂົາເຈົ້າມີຄວາມຕັ້ງໃຈທີ່ຈະສ້າງວິດຖ່າຍໃຫ້ສໍາເລັດ.

ທ້າວອຸຄໍາ, ອາຍຸ 42 ປີ ອາໄສຢູ່ ບ້ານ ຕັງມີ, ສະພາບຄອບຄົວແມ່ນທຸກຍາກຫຼາຍ, ເຊິ່ງລາວກໍ່ເປັນໜຶ່ງໃນຄອບຄົວທີ່ໄດ້ຮັບການສະໜັບສະໜູນກິດຈະກຳການເຂົ້າເຖິງວິດຖ່າຍຈາກໂຄງການ, ລາວບອກວ່າ: “ພາຍຫຼັງສ້າງວິດຖ່າຍສຳເລັດແລ້ວ, ພວກເຮົາໄດ້ນຳໃຊ້ ແລະ ໄດ້ເຫັນຜົນດີຂອງວິດຖ່າຍຄື: ມີຄວາມສະດວກສະບາຍ, ຮັກສາຄວາມສະອາດໄດ້ດີກວ່າ ແລະ ທີ່ສຳຄັນການເຈັບປ່ວຍຂອງຄົນໃນຄອບຄົວກໍ່ຫຼຸດລົງ”.