ຄັດເລືອກຄອບຄົວຜູ້ທີ່ສົນໃຈຮ່ວມກິດຈະກຳກັບໂຄງການ ຢູ່ ເມືອງອາດສະພອນ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
9/15/20231 min read
ໃນອາທິດທຳອິດ ເດືອນກັນຍາ 2023, ພວກເຮົາ ຮ່ວມກັບ ຄູ່ຮ່ວມງານຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງອາດສະພອນ, ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຄັດເລືອກຄອບຄົວກຸ່ມສົນໃຈຮ່ວມກິດຈະກໍາສ້າງລາຍຮັບຂອງໂຄງການ ຢູ່ 7 ບ້ານເປົ້າໝາຍ. ໂດຍພວກເຮົາຄັດເລືອກໄດ້ທັງໝົດ 43 ຄອບຄົວ ປະກອບມີ: ຜູ້ທີ່ສົນໃຈຢາກຮ່ວມກິດຈະກຳ ການລ້ຽງແບ້ 6 ຄອບຄົວ, ຢາກລ້ຽງປາດຸກແບບໜອງດິນ 15 ຄອບຄົວ, ລ້ຽງກົບແບບບໍ່ດິນ 13 ຄອບຄົວ ແລະ ຢາກປູກເຫັດນາງຟ້າ 9 ຄອບຄົວ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la