ການໃຫ້ອາຫານຖືກວິທີ ແລະ ໝັ່ນບົວລະບັດອ່າງລ້ຽງກົບ ເຮັດໃຫ້ກົບຂອງກຸ່ມເປົ້າໝາຍໃຫຍ່ ແລະ ຕຸ້ຍຂື້ນຫຼາຍ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

9/18/20231 min read

ໃນລະຫວ່າງວັນທີ 5-8 ກັນຍາ 2023, ພວກເຮົາ ຮ່ວມກັບ ຄະນະຈຸດສຸມບ້ານ ໄດ້ ຕິດຕາມກິດຈະກຳລ້ຽງກົບ ຂອງກຸ່ມເປົ້າໝາຍ 10 ຄອບຄົວ ຢູ່ 2 ບ້ານຄື: ບ້ານຫ້ວຍເດື່ອ ແລະ ບ້ານສີນົນໄຊ, ເມືອງອາດສະພອນ, ແຂວງສະຫວັນນະເຂດ. ເຊິ່ງເຫັນວ່າກົບຂອງເຂົາເຈົ້າໃຫຍ່ຂື້ນ ແລະ ຕຸ້ຍພີດີງາມ, ເຊິ່ງເຂົາເຈົ້າບອກວ່າ: ໄດ້ປະຕິບັດຕາມທີມງານບອກ ໂດຍໃຫ້ອາຫານເປັນເວລາ, ຊອກອາຫານເສີມທີ່ມີໃນບ້ານໃຫ້ ແລະ ໝັ່ນປ່ຽນນ້ຳເພື່ອບົວລະບັດຮັກສາບ່ອນຢູ່ໃຫ້ມັນ.

ນອກຈາກນີ້, ພວກເຮົາກໍ່ໄດ້ຊອກຫາຄອບຄົວຜູ້ທີ່ສົນໃຈຢາກຮ່ວມກິດຈະກຳການລ້ຽງແບ້ກັບໂຄງການ ຢູ່ ບ້ານຫ້ວຍງົວຄຳອີກດ້ວຍ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 15 ຄອບຄົວ ແລະ ສາມາດເລືອກໄດ້ກຸ່ມທີ່ສົນໃຈຢາກຮ່ວມກິດຈະກຳການລ້ຽງແບ້ນຳໂຄງການ 2 ຄອບຄົວ.