ຝຶກອົບຮົມເຕັກນິກການຜະລິດຟອຍ ເພື່ອສ້າງລາຍຮັບເພີ່ມເຂົ້າຄອບຄົວໃຫ້ກຸ່ມເປົ້າໝາຍ ທີ່ ເມືອງອາດສະພອນ ແລະ ເມືອງດາກຈຶງ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

9/19/20231 min read

ໃນລະຫວ່າງວັນທີ 28 ສິງຫາ - 07 ກັນຍາ 2023, ພວກເຮົາໄດ້ສຳເລັດການຈັດຝຶກອົບຮົມຫັດຖະກຳເຕັກນິກຜະລິດຟອຍໃຫ້ກັບກຸ່ມເປົ້າໝາຍ ຢູ່ 2 ພື້ນທີ: 1 ບ້ານທີ່ ເມືອງອາດສະພອນ, ແຂວງສະຫວັນນະເຂດ ແລະ 6 ບ້ານທີ່ ເມືອງດາກຈຶງ, ແຂວງເຊກອງ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 22 ຄົນ (ຍິງ 4 ຄົນ), ຈຸດປະສົງເພື່ອຝຶກວິຊາຊີບໃຫ້ເຂົ້າເຈົ້າມີວຽກເຮັດງານທຳໃນຍາມວ່າງ ແລະ ສາມາດມີລາຍຮັບເພີ້ມຂື້ນໄດ້. ຜົນຂອງການຝຶກອົບຮົມຕົວຈິງເຫັນວ່າ ຜູ້ເຂົ້າຮ່ວມມີຄວາມເອົາໃຈໃສ່ ແລະ ຕັ້ງໃຈໃນການຜະລິດຟອຍ ມີຫຼາຍຄົນທີ່ຜະລິດໄດ້ເກັ່ງ, ມີຄວາມລະອຽດ ແລະ ເຮັດອອກມາໄດ້ງາມ ທັງຍັງຄຸນນະພາບດີ, ແຕ່ກໍ່ຍັງມີຈຳນວນໜຶ່ງທີ່ຍັງຢູ່ໃນຊ່ວງຂະບວນຮຽນຮູ້, ລອງຜິດລອງຖືກ ເຊິ່ງພວກເຮົາຄິດວ່າເຂົາເຈົ້າຈະສາມາດເຮັດໄດ້ ແລະ ກາຍເປັນຜູ້ຊ່ຽວຊານໃນດ້ານການຜະລິດໃນໄວໆນີ້.