ກອງປະຊຸມທົບທວນຄືນ ການສ້າງຄວາມເຂັ້ມແຂງດ້ານວຽກງານໂພຊະນາການ

ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ. ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງດ້ານຂອດປະສານງານ, ລະບົບຄຸ້ມຄອງຂໍ້ມູນ, ຄວາມອາດສາມາດຂອງທີມງານ ແລະ ຄູ່ຮ່ວມງານໃນການຈັດຕ້ັງປະຕິບັດວຽກງານໂພຊະນາການ ເພື່ອຊ່ວຍຫຼຸດຜ່ອນບັນຫາການຂາດສານອາຫານ ແລະ ອັດຕາລວງສູງເດັກຫຼຸດມາດຕະຖານ (ເຕ້ຍ) ຢູ່ 3 ແຂວງເປົ້າໝາຍ ແລະ ຢູ່ ສປປ ລາວ.

9/28/20231 min read

ກອງປະຊຸມທົບທວນຄືນ ການສ້າງຄວາມເຂັ້ມແຂງດ້ານວຽກງານໂພຊະນາການຂອງ ກຸ່ມສົ່ງເສີມແມ່ຍິງຂັ້ນບ້ານ ແລະ ການມີສ່ວນຮ່ວມຂອງຫຼາຍພາກສ່ວນຂອງສະມາຄົມທີ່ໄດ້ຮັບທຶນຍ່ອຍ (ສະມາຄົມ QLA), ພາຍໃຕ້ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ ໃນລະຫວ່າງ ວັນທີ 11 ຫາ 15 ກັນຍາ 2023 ທີ່ເມືອງໄຊຈໍາພອນ ແຂວງ ບໍລິຄໍາໄຊ. ເຊິ່ງໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານສັນຕິ, ຮອງຫົວຫນ້າສາທາລະນະສຸກເມືອງໄຊຈໍາພອນ ໃນນັ້ນ, ໄດ້ມີຄະນະບ້ານ, ອສບ ແລະ ຫົວໜ້າກຸ່ມສົ່ງເສີມແມ່ຍິງຂັ້ນບ້ານ ທັງໝົດ 9 ບ້ານເປົ້າໝາຍຂອງສະມາຄົມ QLA ລວມຜູ້ເຂົ້າຮ່ວມທັງໝົດ 46 ຄົນ (ຍິງ 15 ຄົນ).

ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອທົບທວນຄືນສິ່ງທີ່ໄດ້ຮຽນຮູ້ ແລະ ນຳໄປປະຕິບັດໄດ້ໃນຊຸມຊົນໄຫ້ໄດ້ຮັບຜົນທີ່ດີ, ເພື່ອສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການມີສ່ວນຮ່ວມຂອງຫຼາຍພາກສ່ວນໃນການປະຕິບັດວຽກງານໂພຊະນາການຊຸມຊົນ, ເພື່ອຮັບຟັງຄວາມຄິດເຫັນຂອງແຕ່ລະພາກສ່ວນ (ກ່ຽວກັບບັນຫາ, ສິ່ງທ້າທາຍ, ຂໍ້ສະເໜີ ແລະ ວິທີການແກ້ໄຂ).