ສຳເລັດກອງປະຊຸມຊີ້ແຈງຂັ້ນບ້ານ ໃນການຈັດຕັ້ງປະຕິບັດການສ້າງບ້ານໂພຊະນາການຕົວແບບ ທີ່ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ.
ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ. ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງດ້ານຂອດປະສານງານ, ລະບົບຄຸ້ມຄອງຂໍ້ມູນ, ຄວາມອາດສາມາດຂອງທີມງານ ແລະ ຄູ່ຮ່ວມງານໃນການຈັດຕ້ັງປະຕິບັດວຽກງານໂພຊະນາການ ເພື່ອຊ່ວຍຫຼຸດຜ່ອນບັນຫາການຂາດສານອາຫານ ແລະ ອັດຕາລວງສູງເດັກຫຼຸດມາດຕະຖານ (ເຕ້ຍ) ຢູ່ 3 ແຂວງເປົ້າໝາຍ ແລະ ຢູ່ ສປປ ລາວ.
9/30/20231 min read
ວັນທີ 22 ກັນຍາ 2023, ພວກເຮົາໄດ້ເຂົ້າຮ່ວມສະໜັບສະໜູນກອງປະຊຸມຊີ້ແຈງຂັ້ນບ້ານ ໃນການຈັດຕັ້ງປະຕິບັດ ການສ້າງບ້ານໂພຊະນາການຕົວແບບ ທີ່ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ. ໃຫ້ກຽດເປັນເປັນປະທ່ານຂອງ ທ່ານນາງ ດຣ ເພັດສະໝອນ ລັດຕະນາພອນ ຄະນະກອງເລຂາໂພຊະນາການຈາກພະແນກສາທາລະນະສຸກ ແຂວງວຽງຈັນ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສວ່ນຄື: ສະມາຄົມພັດທະນາບັດບາດຍີງ-ຊາຍ (GDA), ກອງເລຂາ ໂພຊະນາການຂັ້ນແຂວງ, ວິຊາການຈາກພະແນກກະສີກໍາ ແລະ ປ່າໄມ້ແຂວງວຽງຈັນ, ວິຊາການພະແນກແຜນການ- ການລົງທືນ ແຂວງວຽງຈັນ, ກອງເລຂາໂພຊະນາການຂັ້ນ ເມືອງ ແລະ ຄະນະບ້ານ ອາສາສະໝັກບ້ານ, ຫົວໜ້າສົ່ງເສີມກຸ່ມແມ່ຍິງຂັ້ນບ້ານ, ອສບ ແລະ ປະຊາຊົນພາຍໃນບ້ານ ເຊີ່ງມີຜູ້ເຂົ້າຮ່ວມ ທັງໝົດ 56 ຄົນ (ຍິງ 34 ຄົນ).
ຈຸດປະສົງກອງປະຊຸມດັ່ງກ່າວແມ່ນເພື່ອປະຊຸມຊີ້ແຈ້ງຂັ້ນບ້ານ ໃນການຈັດຕັ້ງປະຕີບັດການ ສ້າງບ້ານໂພຊະນາການຕົວແບບ ໃຫ້ທາງຄະນະບ້ານ ແລະ ປະຊາຊົນພາຍໃນບ້ານໄດ້ເຂົ້າໃຈ ແລະ ຮັບຮູ້ແຜນຂະບວນການສ້າງບ້ານໂພຊະນການ, ເພື່ອຖອດຖອນບົດຮຽນ ແລະ ແນະນໍາຄືນຈຸດທີ່ຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດກິດຈະກໍາ. ໃນນັ້ນໄດ້ມີການນໍາສະເໜີ ຍຸດທະສາດແຫ່ງຊາດດ້ານໂພຊະນາການ ລວມເຖິງແຜນການຈັດຕັ້ງປະຕີບັດກິດຈະກໍາຂອງຂະແໜງການສາທາລະນະສຸກ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງການສືກສາ.








ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la