ກອງປະຊຸມປຶກສາຫາລືປັບປຸງຂັ້ນຕອນການນຳເຂົ້າໄມ້ຈາກຕ່າງປະເທດ

ວຽກງານເຄືອຂ່າຍ (Lao CSO FLEGT)

6/9/20231 min read

ໃນວັນ 7-8 ມິຖຸນາ 2023, ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ, ໄດ້ຈັດກອງປະຊຸມປຶກສາຫາລືປັບປຸງຂັ້ນຕອນການນຳເຂົ້າໄມ້ຈາກຕ່າງປະເທດ ພາຍໃຕ້ການເປັນປະທານຂອງຄະນະກົມການນຳເຂົ້າ-ອອກ, ເພື່ອປຶກສາຫາລືເປັນເອກະພາບກ່ຽວກັບການປັບປຸງການກວດກາໃນການນຳເຂົ້າໄມ້ທີ່ຖືກຕ້ອງຕາມກົດໝາຍຂອງຜູ້ປະກອບການ (due diligence), ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ 6 ແລະ ຂໍ້ຕົກລົງວ່າດ້ວຍລະບຽບການການຂໍອານຸຍາດນຳໄມ້ເຂົ້າ, ພາກສ່ວນທີເຂົ້າຮ່ວມມີ: ກະຊວງອຸດສະຫະກໍາ ແລະ ການຄ້າ, ກົມກວດກາປ່າໄມ້, ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້, ບໍລິສັດບົວລະພາ, ບໍລິສັດແມ່ຂອງທິມເບີ ແລະ ບໍລິສັດ san paper ໂດຍສະເພາະກໍ່ແມ່ນ ສະມາຊິກຂອງ #LaoCSOFLEGT, ພ້ອມນີ້ມີຊ່ຽວຊານຈາກ EFI and GIZ ProFEB ເຂົ້າຮ່ວມນໍາ ທີ່ໂຮງແຮມແຮມລາວເທວ ນະຄອນຫຼວງວຽງຈັນ.