ການຕິດຕາມຄວາມຄືບໜ້າໃນກິດຈະກຳຂອງກຸ່ມເປົ້າໝາຍຢູ່ ບ້ານດາກຊຽງອາ

ແຜນງານສົ່ງເສີມການສ້າງຕັ້ງເຂດສະຫງວນ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ (NTFP) ຈັດຕັ້ງປະຕິບັດຢູ່ 5 ບ້ານໃນ ເມືອງດາກຈຶງ, ແຂວງເຊກອງ, ໄດ້ຮັບທຶນຈາກ ອົງການຟາສເຕັນແອັກຊັນ, ມີຄູ່ຮ່ວມງານຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ. ເພື່ອປັບປຸງສະພາບການດໍາລົງຊີວິດຂອງຊຸມຊົນໃນເຂດປົກປ້ອງທີ່ມີເປົ້າໝາຍເພື່ອການຄຸ້ມຄອງຊັບພະຍາກອນ ທໍາມະຊາດແບບມີສ່ວນຮ່ວມແບບຍືນຍົງ.

10/5/20231 min read

ໃນອາທິດສຸດທ້າຍຂອງ ເດືອນກັນຍາ 2023, ພວກເຮົາໄດ້ຕິດຕາມກິດຈະກຳຂອງກຸ່ມເປົ້າໝາຍຢູ່ບ້ານດາກຊຽງອາ, ເມືອງດາກຈຶງ, ແຂວງເຊກອງ. ໂດຍໄດ້ຢ້ຽມຢາມຄອບຄົວທີ່ໄດ້ກິດຈະກຳປູກພືດ ແລະ ເຄື່ອງປ່າຂອງດົງ ເປັນຕົ້ນແມ່ນ: ໂສມ, ໝາກນັດ, ໜໍ່ໄມ້, ໝາກອຶ, ຂ່າ ແລະ ໝາກລິ້ນໄມ້. ເຊິ່ງເຫັນວ່າ ກຳລັງເລີ່ມເຕີບໂຕໄດ້ດີ, ບໍ່ມີຄວາມສ່ຽງຕໍ່ການຕາຍ. ນອກຈາກ ຫວາຍຂົມ ທີ່ເລີ່ມຕາຍ, ເພາະວ່າເບົ້າມັນແຕກເວລາຂົນສົ່ງ ເຮັດໃຫ້ເບ້ຍຫວາຍບໍ່ແຂງແຮງ.

ນອກຈາກນີ້, ກໍ່ໄດ້ກວດກາລາດຕະເວນເຂດສະຫງວນຂອງບ້ານ ເຫັນວ່າ ໃນປ່າມີພືດຊີວະນາໆພັນຫຼາຍຊະນິດ ແລະ ມີຮ່ອງຮອຍຂອງສັດປ່າ. ໃນຄັ້ງນີ້ແມ່ນບໍ່ພົບເຫັນການລັກລອບຕັດໄມ້, ແຕ່ກໍ່ຍັງພົບເຫັນຮ່ອງຮອຍຄົນເຂົ້າມາເກັບເຄື່ອງປ່າຂອງດົງ ແລະ ເຮັດແຮ້ວສັດປ່າຈຳນວນໜຶ່ງ. ເມື່ອເປັນແນວນັ້ນ, ຄະກຳມະການປ່າໄມ້ບ້ານ ຈຶ່ງໄດ້ຕົກລົງ ແລະ ວາງແຜນກັນໃໝ່ ໂດຍໃຫ້ມີການ ກວດກາເດືອນລະ 3 ຄັ້ງ ເພື່ອປ້ອງກັນບໍ່ໃຫ້ມີການລັກລອບ ແລະ ບຸກລຸກປ່າສະຫງວນ.