ນາງ ບຸນເພັງ ປະຊາຊົນ ບ້ານຫ້ວຍຂະຫຍອງ ມີພະຍາດປະຈຳຕົວ ແລະ ໄດ້ຮັບການສັກຢາວັກຊີນແລ້ວ

ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP)

6/30/20231 min read

ການຂະຫຍາຍການສັກຢາປ້ອງກັນພະຍາດໂຄວິດແມ່ນສີ່ງຈຳເປັນສຳລັບປະຊາຊົນລາວ, ໂດຍສະເພາະເດັກນ້ອຍທີ່ອາໄສຢູ່ໃນເຂດຊົນນະບົດ; ໂຄງການສະໜັບສະໜູນການເຂົ້້າເຖີງການວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ສປປ ລາວ ໄດ້ລົງຈັດຕັ້ງການສັກຢາປ້ອງກັນພະຍາດໂຄວິດ-19 ຢ່າງເປັນປົກກະຕິໃຫ້ແກ່ເດັກນ້ອຍຢູ່ເຂດທ້ອງຖິ່ນ ໃນ 4 ແຂວງຂອງລາວຄື; ແຂວງຄໍາມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ແຂວງສາລະວັນ.

ນາງ ບຸນເພັງ ປະຊາຊົນ ບ້ານຫ້ວຍຂະຫຍອງ ລາວບອກວ່າຮູ້ສືກຢ້ານມີຜົນກະທົບຂ້າງຄຽງຕໍ່ສູຂະພາບຮ່າງກາຍຂອງລາວ ເມື່ອໄດ້ຮັບວັກຊີນໃນຄັ້ງທຳອິດ ຍ້ອນວ່າລາວມີພະຍາດປະຈຳໂຕ (ມີຄວາມດັນ-ຕັນຊົງ), ແຕ່ເມື່ອໄດ້ມີທິມແພດລົງໃຫ້ການບໍລິການແບບເຄື່ອນທີ່ເຂົ້າເຖິງຊຸມຊົນ ແລະ ຄົວເຮືອນ ພ້ອມທັງໄດ້ໃຫ້ສຸຂະສຶກສາກ່ຽວກັບຜົນຮ້າຍ, ພຶດຕິກຳທີ່ຄວນເຮັດ ແລະ ຜົນປະໂຫຍດຂອງການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຈາກນັ້ນລາວກໍ່ໄດ້ຕັດສິນໃຈສັກຢາ ເຂັມທີ1 ໂດຍບໍ່ມີຄວາມກັງວົນຢ້ານກົວອີກຕໍ່ໄປແລ້ວ ແລ້ວຈະສືບຕໍ່ສັກໃຫ້ຄົບເຂັ້ມ 2,3,4 ເຊິ່ງວ່າມີຄວາມສະດວກສະບາຍໃນເຂົ້າເຖິງການໃຫ້ບໍລິການສັກຢາວັກຊິນໃນແຕ່ລະເຂັມ ເພາະວ່າມີທີມແພດເຄື່ອນທີ່ເພິ່ນໄດ້ລົງມາໃຫ້ບໍລິການສັກຢາວັກຊິນໃຫ້ກັບທີ່ເຖິງຄົວເຮືອນນຳອີກ ທີ່ສະໜັບສະໜູນໂດຍໂຄງການ ໂຄງການສະໜັບສະໜູນການເຂົ້້າເຖີງການວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ສປປ ລາວ

ນອກຈາກການຂະຫຍາຍການເຂົ້າເຖິງການສະໜັບສະໜູນວັກຊີນປ້ອງກັນພະຍາດໂຄວິດແລ້ວ, ໂຄງການຍັງໄດ້ເຊື່ອມໂຍງເຂົ້າກັບໂຄງການສັກຢາປ້ອງກັນພະຍາດຮອບປົກກະຕິໃຫ້ກັບ ແມ່ ແລະ ເດັກນ້ອຍຢູ່ເຂດຊົນນະບົດ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖິງການຮັກສາສຸຂະພາບຂັ້ນຕົ້ນທີ່ດີຂຶ້ນ.