ສືບຕໍ່ຕິດຕາມຊຸກຍູ້ກິດຈະກຳການສ້າງລາຍຮັບໃຫ້ກັບກຸ່ມເປົ້າໝາຍ ທີ່ແຂວງສະຫວັນນະເຂດ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
7/18/20231 min read
ໃນລະຫວ່າງວັນທີ 5-7 ກໍລະກົດ 2023, ພວກເຮົາ ຮ່ວມກັບ ຄູ່ຮ່ວມງານຈາກຫ້ອງການກະສິກຳ ແລບະ ປ່າໄມ້ເມືອງ ໄດ້ຊຸກຍູ້ ແລະ ຕິດຕາມກິດຈະກຳຂອງກຸ່ມເປົ້າໝາຍຢູ່ 2 ພື້ນທີ່ຄື: ເມືອງອາດສະພອນ ແລະ ເມືອງທ່າງປາງທອງ, ແຂວງສະຫວັນນະເຂດ. ເປັນຕົ້ນແມ່ນ ຢູ່ ບ້ານຊ້ຽງອ້ວນ, ເມືອງອາດສະພອນ ໄດ້ແນະນໍາການລ້ຽງແບ້ ແລະ ການເອົາໃຈໃສ່ບົວລະບັດຮັກສາແບ້ ໃຫ້ກັບ 2 ຄອບຄົວ.
ຢູ່ບ້ານໂນນສີວິໄລ, ເມືອງທ່າປາງທອງ ໄດ້ສຳເລັດການນຳພາກຸ່ມເປົ້າໝາຍປັບປຸງນ້ຳໃນໜອງປາ ໃຫ້ 5 ຄອບຄົວ; ແນະນຳການບົວລະບັດຮັກສາເຫັດ ແລະ ການເກັບດອກເຫັດໃຫ້ 1 ຄອບຄົວ, ເຊິ່ງປັດຈຸບັນສາມາດເກັບໄດ້ 10 ກິໂລ; ໄດ້ແນະນຳການປ່ຽນນ້ຳ ແລະ ການສ້າງອາຫານເສີມໃຫ້ກຸ່ມເປົ້າໝາຍ 7 ຄອບຄົວສຳລັບການລ້ຽງປາອ່າງຜ້າຢາງ ແລະ 2 ຄອບຄົວ ສຳລັບການລ້ຽງກົບອ່າງຜ້າຢາງ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la