ອຳນວຍຄວາມສະດວກໃຫ້ກຸ່ມເປົ້າໝາຍໃນການຜະລິດອາຫານປາ ໂດຍນໍາໃຊ້ວັດຖຸດິບຈາກທໍາມະຊາດພາຍໃນບ້ານ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ
7/27/20231 min read
ໃນອາທິດທີ 2 ເດືອນກໍລະກົດ 2023, ພວກເຮົາ ແລະ ຄູ່ຮ່ວມງານຈາກຫ້ອງການທີ່ກ່ຽວຂ້ອງໄດ້ຈັດຊອກກຸ່ມສົນໃຈກິດຈະກຳລ້ຽງປາ ແລະ ກວດກາພື້ນທີ່ໜອງໂຕຈິງ ຢູ່ ບ້ານຕັງມີ, ເມືອງດາກຈຶງ, ແຂວງເຊກອງ ເຊິ່ງໄດ້ຜູ້ທີ່ສົນໃຈຮ່ວມກິດຈະກຳຂອງໂຄງການ 14 ຄອບຄົວ.
ນອກຈາກນັ້ນ, ກໍ່ໄດ້ນຳພາກຸ່ມເປົ້າໝາຍຜະລິດອາຫານປາໂດຍການນໍາໃຊ້ວັດຖຸດິບຈາກທໍາມະຊາດທີ່ຫາໄດ້ໃນທ້ອງຖິ່ນ ແລະ ຕິດຕາມກິດຈະກຳການຂະຫຍາຍນາຂອງຄອບຄົວເປົ້າໝາຍຢູ່ ບ້ານຕັງໂບຣງ ເຫັນວ່າ 7 ຄອບຄົວ ສໍາເລັດການປັກດໍາແລ້ວ ແລະ ຄອບຄົວທີ່ເຫຼືອກຳລັງປັກດໍາ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la