ກອງປະຊຸມຄະນະຮັບຜິດຊອບດ້ານວິຊາການ ຂອງແຜນງານ FLEGT-VPA

ວຽກງານເຄືອຂ່າຍ (Lao CSO FLEGT) ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້.  ແຜນງານ FLEGT ສ້າງໂອກາດໃຫ້ປະເທດລາວເຂົ້າເຖິງຕະຫຼາດນຳເຂົ້າໄມ້ແຫ່ງໃໝ່ຫຼາຍຂື້ນ ໂດຍສະເພາະບັນດາຕະຫຼາດທີ່ຕ້ອງການໄມ້ທີ່ຖືກກົດໝາຍ (ເຊັ່ນ ບັນດາປະເທດສະມາຊິກ ສະຫະພາບເອີຣົບທັງ 28 ປະເທດ, ສະຫະລັດອາເມລິກາ, ອົດສະຕາລີ, ຍີ່ປຸ່ນ). ແຜນງານ FLEGT ຫຼື ລະບົບທີ່ມີຄວາມຄ້າຍຄືກັນຈະເປັນມາດຕະຖານສາກົນໃນອະນາຄົດອັນໃກ້

10/13/20231 min read

ເພື່ອເປັນການກຽມພ້ອມໃຫ້ແກ່ກອງປະຊຸມຂອງຄະນະຊີ້ນຳລະດັບຊາດ ໃນແຜນງານຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ໃນລະຫວ່າງວັນທີ 4-6 ຕຸລາ 2023, ກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບດ້ານວິຊາການ ຫຼື Technical Work Group (TWG) ທີ່ທ່າລາດ, ແຂວງວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຝືອ ສິຣິວົງ ຮອງຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້. ມີຜູ້ເຂົ້າຮ່ວມຈາກບັນດາກະຊວງຕ່າງໆທີ່ກ່ຽວຂ້ອງຄື: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງແຮງງານສະຫວັດດີການ ແລະ ສັງຄົມ, ອົງການຈັດຕັ້ງສັງຄົມ ໂດຍສະເພາະກໍ່ມີສະມາຊິກຂອງ LaoCSOFLEGT, ຜູ້ຊ່ຽວຊານຈາກ GIZ/ProFEB ເຂົ້າຮ່ວມ. ລວມທັງໝົດ 16 ທ່ານ (ຍິງ 4 ທ່ານ).

ໃນກອງປະຊຸມ 3 ວັນ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນທົບທວນ, ສົນທະນາ ແລະ ປັບປຸງ ບັນດາເນື້ອໃນ ແລະ ນິຕິກຳ ໃນຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLD) ໂດຍສະເພາະກໍ່ແມ່ນ: ປັບປຸງບັນດາຄຳສັບໃນຕົວຊີ້ບອກ; ປ່ຽນບາງນິຕິກຳ, ແຈ້ງການ, ຄຳສັ່ງ ແລະ ດຳລັດ ທີ່ຢູ່ໃນຕາຕະລາງຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (ນັບແຕ່ TLD3 – LTD8), ຄຽງຄູ່ກັບການກວດຄືນຄວາມຖືກຕ້ອງ ແລະ ຄວາມເໝາະສົມ ໃນເອກະສານລະບົບຄຸ້ມຄອງຕ່ອງໂສ້ການສະໜອງໄມ້ທີ່ຖືກຕ້ອງຕາມກົດໝາຍ (TSCC) ເພື່ອໃຫ້ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ມີຄວາມສົມບູນຂື້ນກວ່າເກົ່າ.