ການເຄື່ອນໄຫວກິດຈະກຳໂຄງການ LAN ໃນອາທິດທີ 2 ເດືອນຕຸລາ 2023
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
10/24/20231 min read
ໃນອາທິດທີ 2 ຂອງເດືອນຕຸລາ 2023, ພວກເຮົາໄດ້ສືບຕໍ່ຕິດຕາມ ແລະ ສະໜັບສະໜູນກິດຈະກຳຂອງກຸ່ມເປົ້າໝາຍຫຼາຍຢ່າງດັ່ງນີ້: ຢູ່ເມືອງດາກຈຶງ ໄດ້ຮ່ວມກັບຄະນະຄຸ້ມຄອງປ່າສະຫງວນກວດກາລາດຕະເວນ, ຕິດຕາມການສ້າງວິດຖ່າຍ 9 ຄອບຄົວ, ການລ້ຽງປາດຸກໃນອ່າງຜ້າຢາງ 6 ຄອບຄົວ ເຫັນວ່າປາໃຫ່ຍຂື້ນຫຼາຍ ໄດ້ແນະນຳໃຫ້ເຂົາເຈົ້າລ້ອມຮົ້ວອ້ອມ ແລະ ປູກຜັກໃສ່ບໍລິເວນອ້ອມຂ້າງ, ຕິດຕາມການລ້ຽງແບ້ 13 ຄອບຄົວ ເຫັນວ່າມີແບ້ເກີດເພີ່ມ 5 ໂຕ.
ທີ່ເມືອງທ່າປາງທອງ, ໄດ້ເຮັດບົດບັນທຶກຮ່ວມກັບຄອບຄົວທີ່ສົນໃຈໃນການປູກເຫັດ 5 ຄອບຄົວ ພ້ອມແນະນໍາໃຫ້ເຂົາເຈົ້າກະກຽມຄວາມພ້ອມກ່ອນການສະໜອງອຸປະກອນ, ຕິດຕາມການສ້າງວິດຖ່າຍ 7 ຄອບຄົວ ເຫັນວ່າຫຼາຍຄົວເຮືອນສ້າງສໍາເລັດ ແລະ ນຳໃຊ້ແລ້ວ, ໄດ້ສະໜອງລູກກົບ 2,500ໂຕ ໃຫ້ 5 ຄອບຄົວ (ຄອບຄົວລະ 500 ໂຕ) ແລະ ລູກປາດຸກ 2,500 ໂຕ ໃຫ້ 5 ຄອບຄົວ (ຄອບຄົວລະ 500 ໂຕ). ສ່ວນຢູ່ເມືອງອາດສະພອນ, ໄດ້ຕິດຕາມການລ້ຽງປາຂອງ 3 ຄອບຄົວ ເນື່ອງຈາກວ່າ ປາຍັງໂຕນ້ອຍ ຈຶ່ງແນະນຳໃຫ້ຕິດຕາມເລື້ອຍໆ ເພາະພູມຕ້ານທານຕໍ່າ ສ່ຽງຕໍ່ການເກີດພະຍາດ, ຕິດຕາມການລ້ຽງກົບບໍ່ດິນ 10 ຄອບຄົວ, ຕິດຕາມການສ້າງຄອກແບ້ 10 ຄອບຄົວ ແລະ ແນະນຳກຸ່ມເປົ້າໝາຍອີກ 5 ຄອບຄົວ ໃຫ້ສືບຕໍ່ຂຸດຂຸມເພື່ອສ້າງວິດຖ່າຍ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la