ກອງປະຊຸມປະຈຳປີຂອງໂຄງການ LAN (ກໍລະກົດ 2022 - ມິຖຸນາ 2023)

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

8/22/20231 min read

ໃນລະຫວ່າງວັນທີ່ 15-16 ສິງຫາ 2023, ພວກເຮົາໄດ້ຈັດກອງປະຊຸມລາຍງານການຈັດຕັ້ງປະຕິບັດກິດຈະກຳປະຈຳປີ ຂື້ນຢູ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ. ໂດຍການເປັນປະທານຂອງ ທ່ານ ອາໂນສັກ ແພງທິມມະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ເຂົ້າຮ່ວມມີຄູ່ຮ່ວມງານທີ່ກ່ຽວຂ້ອງຈາກຫຼາຍພາກສ່ວນຄື: ຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ (3 ພື້ນທີ່ຄື: ເມືອງອາດສະພອນ ລແະ ເມືອງທ່າປາງທອງ ແຂວງສະຫວັນນະເຂດ, ເມືອງດາກຈຶງ ແຂວງເຊກອງ) ແລະ ທີມງານໂຄງການ ເຊິ່ງລວມທັງໝົດ 55 ທ່ານ (ຍິງ 19 ທ່ານ). ຈຸດປະສົງເພື່ອລາຍງານການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການກໍ່ຄືເລີ່ມແຕ່ເດືອນກໍລະກົດ 2022 - ມິຖຸນາ 2023.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງກິດຈະກຳຈາກທີມງານໂຄງການ, ມີການສົນທະນາແລກປ່ຽນ ແລະ ປະກອບຄຳຄິດເຫັນຮ່ວມກັນກ່ຽວກັບຜົນສຳເລັດ, ບັນຫາ, ສິ່ງທ້າທາຍ ແລະ ວິທີແກ້ໄຂ, ການນຳໃຊ້ງົບປະມານ ລວມເຖິງແຜນທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ. ນອກຈາກນີ້, ກ່ອນການເຂົ້າຮ່ວມກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ແບ່ງເປັນ 2 ທີມ ເພື່ອລົງຢ້ຽມຢາມບ້ານເປົ້າໝາຍຢູ່ 2 ບ້ານ ໃນ 2 ເມືອງຄື: ບ້ານຫ້ວຍເດື່ອ, ເມືອງອາດສະພອນ ແລະ ບ້ານຜືວຽງຄຳ, ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໂດຍໄດ້ພົບປະກັບອໍານາດການປົກຄອງບ້ານ, ຕາງໜ້າກຸ່ມເປົ້າໝາຍທີ່ໄດ້ຮັບກິດຈະກຳການສ້າງລາຍຮັບເປັນຕົ້ນແມ່ນ: ຄອບຄົວທີ່ໄດ້ຮັບກິດຈະກຳການລ້ຽງແບ້, ລ້ຽງກົບ, ລ້ຽງປາ, ການປູກເຂົ້ານາ, ປູກເຫັດ ແລະ ອື່ນໆ.