ການເຄື່ອນໄຫວກິດຈະກຳຂອງໂຄງການ LAN ໃນອາທິດສຸດທ້າຍ ເດືອນຕຸລາ 2023
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
11/7/20231 min read
ໃນອາທິດສຸດທ້າຍຂອງເດືອນຕຸລາ 2023, ພວກເຮົາໄດ້ສົ່ງເສີມ ແລະ ສະໜັບສະໜູນກິດຈະກຳຂອງກຸ່ມເປົ້າໝາຍຫຼາຍຢ່າງຄື: ສະໜອງລູກປາດຸກ 4,000 ໂຕ ໃຫ້ກຸ່ມເປົ້າໝາຍ 8 ຄອບຄົວ (ຄອບຄົວລະ 500 ໂຕ) ລວມມູນຄ່າ 5 ລ້ານກວ່າກີບ; ຕິດຕາມກິດຈະກໍາລ້ຽງກົບ 13 ຄອບຄົວ, ການລ້ຽງປາ 18 ຄອບຄົວ ພ້ອມໃຫ້ຄວາມຮູ້ທາງດ້ານເຕັກນິກການລ້ຽງ, ການບົວລະບັດຮັກສາ, ການໃຫ້ອາຫານ ແລະ ການປັບປຸງນໍ້າ, ແນະນຳໃຫ້ເຮັດຮົ້ວອ້ອມໜອງ ແລະ ກະກຽມພື້ນທີ່ຂ້າງໜອງໄວ້ໃນການປູກພືດ; ຕິດຕາມການສ້າງຄອກແບ້ຂອງ 12 ຄອບຄົວ; ສ່ວນກິດຈະກຳການປູກເຫັດ ເຫັນວ່າ 5 ຄອບຄົວກຳລັງສ້າງໂຮງເຮືອນເຫັດ, ມຸງຫຼັງຄາ, ແອ້ມຝາ ແລະ ກະກຽມເຟືອງໄວ້ສຳລັບການປູກເຫັດ;
ນອກຈາກນີ້, ກໍ່ໄດ້ຕິດຕາມການສ້າງວິດຖ່າຍຂອງ 88 ຄອບຄົວ ເຫັນວ່າ ບາງຄອບຄົວໄດ້ເລີ່ມກະກຽມໄມ້, ບາງຄອບຄົວເລີ່ມສ້າງຕັ້ງໂຮງເຮືອນ, ບາງຄອບຄົວເລີ່ມຂຸດຂຸມວິດຖ່າຍ ເຊິ່ງທີມງານກໍ່ໄດ້ໃຫ້ຄຳແນະນຳ ແລະ ສະໜັບສະໜູນຢ່າງສະໝ່ຳສະເໝີ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la