ລາຍງານຫຍໍ້ໂຄງການ LAN ປະຈຳອາທິດສຸດທ້າຍຂອງເດືອນກັນຍາ 2023

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

10/17/20231 min read

ໃນອາທິດສຸດທ້າຍຂອງ ເດືອນກັນຍາ 2023, ພວກເຮົາໄດ້ຕິດຕາມກິດຈະກຳຂອງກຸ່ມເປົ້າໝາຍ ທີ່ຢູ່ແຕ່ລະພື້ນທີ່ ເຫັນວ່າຫຼາຍໆກິດຈະກຳມີຄວາມຄືບໜ້າ ເຊັ່ນວ່າ: ຢູ່ເມືອງດາກຈຶງ, ແຂວງເຊກອງ ໄດ້ຕິດຕາມການປູກເຂົ້າ, ກະກຽມສະຖານທີ່ປູກພືດ, ແນະນຳການຂຸດຂຸມລ້ຽງປາ ແລະ ເຮັດອາຫານປາ 12 ຄອບຄົວ, ຕິດຕາມການລ້ຽງແບ້ 45 ຄອບຄົວ, ໄດ້ຝືກອົບຮົມກວດກາລາດຕະເວນ ແລະ ເກັບກຳຂໍ້ມູນໃນເຂດປ່າສະຫງວນ ມີຜູ້ເຂົ້າຮ່ວມ 25ຄົນ (ຍິງ 3 ຄົນ) ຈາກ 3 ບ້ານ.

ສ່ວນຢູ່ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ໄດ້ມອບອຸປະກອນການລ້ຽງກົບ ພ້ອມແນະນຳການຕິດຕັ້ງ 5 ຄອບຄົວ, ເຊັນບົດບັນທຶກຮ່ວມປະຕິບັດກິດຈະກໍາລ້ຽງປາ 4 ຄອບຄົວ, ຕິດຕາມການສ້າງຄອກແບ້ 11 ຄອບຄົວ ແລະ ຕິດຕາມການລ້ຽງກົບ 4 ຄອບຄົວ ເຫັນວ່າກົບທີ່ລ້ຽງໃນອ່າງບໍ່ດິນໃຫ່ຍໄວ.

ຢູ່ເມືອງອາດສະພອນ, ແຂວງສະຫວັນນະເຂດ ພວກເຮົາກໍ່ໄດ້ຕິດຕາມການລ້ຽງກົບຂອງກຸ່ມເປົ້າໝາຍ 22 ຄອບຄົວ, ການລ້ຽງແບ້ 2 ຄອບຄົວ, ເຮັດບົດບັນທຶກຮ່ວມກິດຈະກໍາປູກເຫັດ 3 ຄອບຄົວ, ພ້ອມກັນນີ້ ກໍ່ເເນະນໍາຄອບຄົວທີ່ໄດ້ຮັບກິດຈະກຳການລ້ຽງປາ ໃຫ້ພາກັນເຮັດຮົ້ວອ້ອມອ່າງ ແລະ ກະກຽມໄມ້ທີ່ຈະຕັ້ງອ່າງ 3 ຄອບຄົວ.