ການສົ່ງເສີມວຽກງານຄົນພິການ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ. ຈຸດປະສົງຂອງໂຄງການເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນະພາບຊິວີດຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ CBM Global Disability Inclusion (CBM Global).

10/6/20231 min read

ໃນອາທິດທີ 3 ເດືອນກັນຍາ 2023, ພວກເຮົາໄດ້ອຳນວຍຄວາມສະດວກໃນການສົ່ງຕໍ່ກຸ່ມເປົ້າໝາຍ ຜູ້ທີ່ມີຄວາມບົກຜ່ອງທາງດ້ານການເບິ່ງເຫັນ 6 ຄົນ (ຍິງ 3 ຄົນ) ຈາກ 5 ບ້ານເປົ້າໝາຍ ໃຫ້ເຂົ້າຮັບການປິ່ນປົວຕາ (ການຜ່າຕັດໃສ່ເລນຕາ) ຢູ່ທີ່ໂຮງໝໍຊຸມຊົນ ເມືອງ ຈອມເພັດ, ແຂວງຫຼວງພະບາງ. ເພື່ອສົ່ງເສີມດ້ານການປິ່ນປົວດ້ານສຸຂະພາບຕາໃຫ້ກັບເຂົາເຈົ້າ, ໃຫ້ມີລະດັບການເບິ່ງເຫັນທີ່ດີຂື້ນ ແລະ ຊ່ວຍໃຫ້ເຂົາເຈົ້າມີສ່ວນຮ່ວມໃນການເຮັດໜ້າທີ່ການ, ມີສ່ວນຮ່ວມໃນກິດຈະກຳຕ່າງໆຢູ່ໃນສັງຄົມຫຼາຍຂື້ນ.

ນອກຈາກນີ້, ໃນອາທິດສຸດທ້າຍຂອງ ເດືອນກັນຍາ, ພວກເຮົາກໍ່ໄດ້ຈັດຝຶກອົບຮົມສ້າງຄວາມອາດສາມາດດ້ານສັດຕະວະແພດ ໃຫ້ແກ່ກຸ່ມເປົ້າໝາຍທີ່ມາຈາກ 20 ບ້ານ, ຢູ່ ບ້ານໜອງຈອງ, ເມືອງຈອມເພັດ, ແຂວງຫຼວງພະບາງ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 24 ທ່ານ (ຍິງ 2 ທ່ານ), ໃນນັ້ນມີຜູ້ພິການ 8 ທ່ານ. ໂດຍໄດ້ເນັ້ນສອນທິດສະດີ, ແລກປ່ຽນບົດຮຽນ ແລະ ຮ່ວມກັນປະຕິບັດຕົວຈິງໃນການສັກຢາປ້ອງກັນພະຍາດສັດເຊັ່ນ: ປ້ອງກັນພະຍາດອະຫິວາໝູ, ພະຍາດປາກເປື່ອຍລົງເລັບ, ພະຍາດອະຫິວາສັດປີກ ແລະ ອື່ນໆ. ເພື່ອໃຫ້ກຸ່ມເປົ້າໝາຍ ສາມາດໃຫ້ບໍລິການ ການສັກຢາປ້ອງການພະຍາດສັດ ແລະ ການປິ່ນປົວສັດ ແກ່ ຊາວບ້ານໄດ້ໃນເວລາສັດເຈັບປ່ວຍ.