ຄວາມມຸ່ງໝັ້ນທີ່ຈະປົກປັກຮັກສາຊັບພະຍາກອນທໍາມະຊາດ ຂອງ ສີພອນ

ແຜນງານສົ່ງເສີມການສ້າງຕັ້ງເຂດສະຫງວນ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ (NTFP) ຈັດຕັ້ງປະຕິບັດຢູ່ 5 ບ້ານໃນ ເມືອງດາກຈຶງ, ແຂວງເຊກອງ, ໄດ້ຮັບທຶນຈາກ ອົງການຟາສເຕັນແອັກຊັນ, ມີຄູ່ຮ່ວມງານຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ. ເພື່ອປັບປຸງສະພາບການດໍາລົງຊີວິດຂອງຊຸມຊົນໃນເຂດປົກປ້ອງທີ່ມີເປົ້າໝາຍເພື່ອການຄຸ້ມຄອງຊັບພະຍາກອນ ທໍາມະຊາດແບບມີສ່ວນຮ່ວມແບບຍືນຍົງ.

10/5/20231 min read

ປ່າ ແມ່ນຊັບພະຍາກອນທຳມະຊາດທີ່ມີຄວາມສຳຄັນອັນດັບຕົ້ນໆຕໍ່ການດຳລົງຊີວິດຂອງຄົນເຮົາ, ເພາະວ່າປ່າມີປະໂຫຍດໃນການຊ່ວຍຮັກສາຄວາມສົມດຸນຂອງສະພາບແວດລ້ອມ, ເປັນແຫຼ່ງທີ່ຢູ່ອາໄສຂອງສັດນ້ອຍໃຫຍ່ ແລະ ພືດນາໆຊະນິດ. ແຕ່ອະດີດຈົນຮອດປັດຈຸບັນ ຄົນເຮົາມັກບຸກລຸກປ່າ ເພື່ອທຳມາຫາກິນ ແລະ ນຳເອົາມາໃຊ້ແບບບໍ່ໄດ້ທົດແທນຄືນ ເຮັດໃຫ້ປ່າເລີ່ມຊຸດໂຊມ, ເຮັດໃຫ້ເກີດອຸທົກກະໄພ, ໄພທຳມະຊາດ, ລວມໄປເຖິງສົ່ງຜົນໃຫ້ສັດປ່າ ຫຼື ພືດບາງຊະນິດສູນພັນໄປ. ປັດຈຸບັນຫຼາຍໆປະເທດຈຶ່ງໄດ້ປຸກລະດົມໃຫ້ທຸກຄົນຫັນມາປົກປັກຮັກສາ ແລະ ຄຸ້ມຄອງປ່າ ເພື່ອຄວາມສົມດຸນ ເພື່ອຄວາມຍືນຍົງຂອງຊັບພະຍາກອນທຳມະຊາດ. ທ້າວສີພອນກໍ່ເຊັ່ນດຽວກັນ ລາວມີຄວາມມຸ່ງໝັ້ນທີ່ຈະປະກອບສ່ວນໃນການປົກປັກຮັກສາຜືນປ່າ ຢູ່ບ້ານເກີດເມືອງນອນຂອງລາວໃຫ້ມີຄວາມອຸດົມສົມບູນ, ທ້າວ ສີພອນ ອາຍຸ 31 ປີ, ອາໄສຢູ່ກັບຄອບຄົວມີ ເມຍ, ພໍ່ແມ່ ແລະ ນ້ອງອີກ 1 ຄົນ ຢູ່ ບ້ານດາກຊຽງອາ, ເມືອງດາກຈຶງ, ແຂວງເຊກອງ. ເຂົາເຈົ້າມີອາຊີບຫຼັກແມ່ນ ເຮັດນາ, ເຮັດໄຮ່ ແລະ ເຮັດສວນ ເຊັ່ນດຽວກັບຄອບຄົວອື່ນໆທີ່ດຳລົງຊີວິດຢູ່ໃນເຂດນັ້ນ ເກືອບວ່າ 100% ແມ່ນເພິ່ງພາອາໄສທຳມະຊາດ, ບາງຄອບຄົວກໍ່ເຮັດໄຮ່, ເຮັດສວນ ໂດຍການຖາງປ່າແບບເລື່ອນລອຍ, ແຫຼ່ງອາຫານການກິນກໍ່ມາຈາກປ່າເປັນຫຼັກບໍ່ວ່າຈະເປັນການຊອກຫາເຄື່ອງປ່າຂອງດົງ, ການລ່າສັດປ່າເພື່ອມາກິນເປັນອາຫານ ແລະ ເພື່ອຂາຍເອົາເງິນໄປຈຸນເຈືອຄອບຄົວ, ລວມໄປເຖິງແຫຼ່ງທີ່ຢູ່ອາໄສ ເຮືອນຊານບ້ານຊ່ອງ ທີ່ຢູ່ໃນຊຸມຊົນກໍ່ນຳໃຊ້ໄມ້ຈາກປ່າ ໂດຍທີ່ແຕ່ກ່ອນຊຸມຊົນບໍ່ໄດ້ມີແນວຄວາມຄິດຈະອະນຸລັກຮັກສາ ແລະ ຄຸ້ມຄອງປ່າ ເພື່ອໃຫ້ມັນຍືນຍົງ.

ພາຍຫຼັງທີ່ໂຄງການເຂົ້າເຖິງຊຸມຊົນ ພວກເຮົາກໍ່ໄດ້ເຜີຍແຜ່ໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບ ຄວາມສໍາຄັນຂອງຊັບພະຍາກອນທໍາມະຊາດ, ຜົນກະທົບຕໍ່ການດຳລົງຊີວິດຂອງຊຸມຊົນກ່ຽວກັບການຜະລິດກະສິກຳແບບຜິດວິທີ ຈະເຮັດໃຫ້ເກີດການປ່ຽນແປງດິນຟ້າອາກາດ ແລະ ອາດຈະເຖິງຂັ້ນເກີດໄພພິບັດຈາກໄພທຳມະຊາດໄດ້, ແນະນຳໃຫ້ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ ແລະ ປູກຈິດສໍານຶກການປົກປັກຮັກສາ-ຄຸ້ມຄອງປ່າໄມ້ໃຫ້ກັບຊຸມຊົນຜ່ານການຝຶກອົບຮົມຫຼາຍໆຫົວຂໍ້ເຊັ່ນ: ການບໍລິຫານຄຸ້ມຄອງຊັບພະຍາກອນທໍາມະຊາດ, ການເປັນຜູ້ນໍາທີ່ດີ ໂດຍສອດແຊກຄວາມຮູ້ພື້ນຖານກ່ຽວກັບບົດບາດຍິງ-ຊາຍ ແລະ ອື່ນໆ. ນອກຈາກນີ້, ໂຄງການຍັງໄດ້ສົ່ງເສີມ ແລະ ສະໜັບສະໜູນໃຫ້ຊຸມຊົນເປັນເຈົ້າການໃນການປົກປັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ ໂດຍໄດ້ອຳນວຍຄວາມສະດວກໃຫ້ເຂົາເຈົ້າສ້າງຕັ້ງຂອບເຂດ ແລະ ລະບຽບຂອງເຂດສະຫງວນ, ເຊິ່ງບ້ານດາກຊຽງອາ ມີປ່າສະຫງວນ 1 ແຫ່ງ ເນືອທີ່ 482 ແຮັກຕາ, ປ່າຊົມໃຊ້ 1 ແຫ່ງ ເນື້ອທີ່ 628 ແຮັກຕາ ແລະ ວັງສະຫງວນ 1 ແຫ່ງ ເນື້ອທີ່ 2,5 ແຮັກຕາ, ພ້ອມກັນນີ້ ກໍ່ໄດ້ອຳນວຍຄວາມສະດວກໃນການສ້າງຕັ້ງຄະນະກຳມະການຄຸ້ມຄອງເຂດສະຫງວນຂອງບ້ານຂື້ນ 16 ຄົນ ແລະ ໄດ້ມອບອຸປະກອນ-ຊຸດລາດຕະເວນ 16 ຊຸດ ໃຫ້ແກ່ເຂົາເຈົ້າ.

ທ້າວສີພອນເລົ່າວ່າ: “ຂ້າພະເຈົ້າເປັນໜຶ່ງໃນຄະນະກຳມະການຄຸ້ມຄອງ ແລະ ຊີ້ນໍາປ່າໄມ້ບ້ານ ຮັບຜິດຊອບກວດກາລາດຕະເວນໃນໜ່ວຍງານຄຸ້ມຄອງຊັບພະຍາກອນທໍາມະຊາດຂອງບ້ານ, ຮູ້ສຶກພາກພູມໃຈ ແລະ ດີໃຈຫຼາຍທີ່ໂຄງການໃຫ້ຄວາມສຳຄັນກັບຊຸມຊົນ ເຮັດໃຫ້ຂ້າພະເຈົ້າໄດ້ມີໂອກາດເຂົ້າຮ່ວມຝຶກອົບຮົມຫຼາຍໆຢ່າງໆທີ່ໂຄງການຈັດຂື້ນ ເຮັດໃຫ້ສາມາດເຂົ້າໃຈວຽກຂອງຕົວເອງຫຼາຍຂື້ນ, ຫຼັງຈາກທີ່ໄດ້ເປັນຕົວແທນຂອງຊາວບ້ານໃນການເຂົ້າຮ່ວມແລກປ່ຽນບົດຮຽນກັບບ້ານອື່ນແລ້ວ ຂ້າພະເຈົ້າກໍ່ໄດ້ນຳມາເຜີຍແຜ່ ແລະ ຖ່າຍທອດບົດຮຽນໃຫ້ກັບປະຊາຊົນພາຍໃນບ້ານໃຫ້ຮັບຮູ້ນຳກັນ ເປັນຕົ້ນແມ່ນ: ໄດ້ປະຊຸມກັບອົງການຈັດຕັ້ງບ້ານ ແລະ ຊາວບ້ານ, ຂື້ນນໍາສະເໜີບົດຮຽນ ແລະ ເອົາປື້ມຄູ່ມືກ່ຽວກັບລະບຽບການຄຸ້ມຄອງປ່າໄມ້ມາອ່ານໃຫ້ກັນຟັງ ເພື່ອຫວັງວ່າພວກເຮົາຈະຊ່ວຍກັນປົກປັກຮັກສາໝູ່ບ້ານ, ຮັກສາຜືນປ່າ ແລະ ຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງຕະຫຼອດຮອດເຊັ່ນລູກເຊັ່ນຫຼານ.”